ການ​ປະ​ທະ​ກັນ​ຢູ່ ກາ​ຊາ: ອິດ​ສະ​ຣາ​ແອັນ ເຫັນ​ດີ​ຢຸດ​ຍິງ​ມະ​ນຸດ​ສະ​ທຳ​ຢູ່​ເຂດ ກາ​ຊາ

(VOVWORLD) - ອິດສະຣາແອັນ ໄດ້ເຫັນດີຢຸດຕິການເຄື່ອນໄຫວການທະຫານ 4 ຊົ່ວໂມງ ຕໍ່ມື້ ຢູ່ພາກເໜືອເຂດ ກາຊາ ເພື່ອອະນຸຍາດໃຫ້ປະຊາຊົນຢູ່ເຂດດັ່ງກ່າວ ຍົກຍ້າຍອອກຈາກເຂດເກີດສົງຄາມລະຫວ່າງ ອິດສະຣາແອັນ ກັບຂະບວນການ ຮາມາດ.
ການ​ປະ​ທະ​ກັນ​ຢູ່ ກາ​ຊາ: ອິດ​ສະ​ຣາ​ແອັນ ເຫັນ​ດີ​ຢຸດ​ຍິງ​ມະ​ນຸດ​ສະ​ທຳ​ຢູ່​ເຂດ ກາ​ຊາ - ảnh 1ທະຫານ ອິດສະຣາແອັນ ຜັນຂະຫຍາຍບັ້ນບຸກໂຈມຕີຢູ່ພາກເໜືອເຂດ ກາຊາ ໃນວັນທີ 8 ພະຈິກ (ພາບ: AFP/TTXVN)

ວັນທີ 9 ພະຈິກ, ອຳນາດການປົກຄອງ ອາເມລິກາ ໃຫ້ຮູ້ວ່າ ອິດສະຣາແອັນ ໄດ້ເຫັນດີຢຸດຕິການເຄື່ອນໄຫວການທະຫານ 4 ຊົ່ວໂມງ ຕໍ່ມື້ ຢູ່ພາກເໜືອເຂດ ກາຊາ ເພື່ອອະນຸຍາດໃຫ້ປະຊາຊົນຢູ່ເຂດດັ່ງກ່າວ ຍົກຍ້າຍອອກຈາກເຂດເກີດສົງຄາມລະຫວ່າງ ອິດສະຣາແອັນ ກັບຂະບວນການ ຮາມາດ.

        ຂໍ້ມູນດັ່ງກ່າວ ໂດຍໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ, ທ່ານ John Kirby ຢັ້ງຢືນ ແລະ ໃຫ້ຮູ້ວ່າ ອິດສະຣາແອັນ ໄດ້ໃຫ້ຄຳໝັ້ນສັນຍາ ຈະແຈ້ງກ່ອນຈຸດເວລາເລີ່ມຢຸດຍິງ 3 ຊົ່ວໂມງ, ພ້ອມທັງຈະເປີດແລວທີ 2 ໃຫ້ສາມັນຊົນ ລົບໜີອອກຈາກເຂດໃຈກາງຂອງບັ້ນຮົບການທະຫານຕ້ານຄືນ ຮາມາດ.

        ໃນຂະນະນັ້ນ, ປະຊາຄົມສາກົນສືບຕໍ່ກ່າວເຕືອນກ່ຽວກັບວິນາດຕະກຳມະນຸດສະທຳຢູ່ເຂດກາຊາ.


ຕອບກັບ

ຂ່າວ/ບົດ​ອື່ນ