ການປະທະກັນຢູ່ຊີຣີສ່ວນຫຼາຍຈະຢຸດຕິພາຍຫຼັງຂໍ້ຕົກລົງຢຸດຍິງມີຜົນສັກສິດ

ການປະທະກັນຢູ່ຊີຣີສ່ວນຫຼາຍຈະຢຸດຕິພາຍຫຼັງຂໍ້ຕົກລົງຢຸດຍິງມີຜົນສັກສິດ - ảnh 1
ມືປືນຝ່າຍຄ້ານຢູ່ ຊີຣີ (ພາບ: AFP)

(vovworld) – ວັນ​ທີ 27/2, ບໍ່​ມີ​ສຽງ​ປືນ​ຢູ່​ເກືອບ​ທົ່ວ​ທຸກ​ແຫ່ງ​ໃນ​ປະ​ເທດ ຊີຣີ ພາຍຫຼັງ​ຂໍ້​ຕົກລົງ​ຢຸດ​ຍິງ​ໂດຍ ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ປົກ​ປ້ອງມີ​ຜົນ​ສັກສິດ​ໃນ​ເວລາ 0 ​ໂມງ (​ເວລາ​ທ​້ອງຖິ່ນ) ​ໃນຕອນ​ເຊົ້າ​ວັນ​ດຽວ​ກັນ. ຕາມ​ອົງການ​ຕິດຕາມ​ກວດກາ​ສິດທິ​ມະນຸດ ຊີຣີ (SOHR), ​ພາກ​ເໜືອ​ແຂວງ Latakia, Homs ​ແລະ Hama, ພາກ​ກາງ ຊີຣີ ​ໄດ້​ກັບ​ຄື​ນສູ່​ສະພາບ​ສະຫງົບ​ງຽບ. ​​ແຕ່ເຖິງ​ຢ່າງ​ໃດກໍ​ຕາມ, ຍັງ​ຄົງ​ເກີດ​ການ​ປະ​ທະ​ກັນ​​ບາງຄັ້ງລະຫວ່າງ​ກຳລັງ​ສະໜັບສະໜູນ​ລັດຖະບານ ​ກັບ​ທະຫານ​ກະບົດ​ຂຶ້ນ​ກັບ​ອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ ​ແລະ ​ແນວ​ໂຮມ Al – Nusra ກໍ່​ຄື​ລະຫວ່າງ​ບັນດາ​ທະຫານ​ກະບົດ ​ແລະ ກຳລັງ​ຊາວ Kurd.

        ພາຍຫຼັງ​ຂໍ້​ຕົກລົງ​ຊົ່ວຄາວ​ມີ​ຜົນ​ສັດ​ສິດ​ຢ່າງ​ເປັນ​ທາງ​ການ 1 ຊົ່ວ​ໂມງ, ທູດ​ພິ​ເສດ​ຂອງ ສປຊ ກ່ຽວ​ກັບ ຊີຣີ ທ່ານ Staffan de Mistura ​ໃຫ້​ຮູ້​ວ່າ: ຖ້າ​ຫາກ​ຂໍ້​ຕົກລົງ​ບໍ່​ຖືກ​ຍົກ​ເລີກ, ລັດຖະບານ ຊີຣີ ​ແລະ ຝ່າຍ​ຄ້ານ ຈະ​ກັບ​ຄືນ​ສູ່​​ໂຕະ​ເຈລະຈາ​ໃນ​ວັນ​ທີ 7/3 ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ