ການປະທະກັນຢູ່ຊາຍແດນລະຫວ່າງ ອິນເດຍ ແລະ ປາກິດສະຖານ

ການປະທະກັນຢູ່ຊາຍແດນລະຫວ່າງ ອິນເດຍ ແລະ ປາກິດສະຖານ - ảnh 1
ເຂດຊາຍແດນ Kashmir ໃນແຜນທີ່
(ພາບ: ອີນເຕີເນັດ)

(vovworld) – ວັນ​ທີ 6/8, ອຳນາດ​ການ​ປົກ​ຄອງ ອິນ​ເດຍ ​ໃຫ້​ຮູ້​ວ່າ: ​ໄດ້​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ກຳລັງ​ປ້ອງ​ກັນຊາ​ຍ​ແດນ​ປະ​ເທດ​ນີ້ ​ແລະ ​ປາ​ກິດ​ສະຖານ ​ໃນ​ເຂດ​ຊາຍ​ແດນ​ສາກົນ​ຢູ່ Kashmir. ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 5/8 ​ໃກ້​ກັບ​ຄ້າຍ​ທະຫານ Budhwar ​ແລະ Kot Kubba ທີ່ຫ່າງ​ຈາກ Jammu, ​ເມືອງ​ເອກ​ເຂດ Kashmir ​ໂດຍ ອິນ​ເດຍ ຄວບ​ຄຸມໄປທາງ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້ປະມານ 45 ກມ​. ທະຫານ​ປ້ອງ​ກັນຊາ​ຍ​ແດນ ປາ​ກິດ​ສະຖານ ​ໄດ້​ຍິງ​ປືນ ​​ໃສ່​ບັນດາ​ຄ້າຍ​ທະຫານ ອິນ​ເດຍ, ​ເຂດ​ໂດຍ​ທະຫານ​ທີ່ຂຶ້ນ​ກັບ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ຊາຍ​ແດນ (ຫຼື BSF) ຂອງອິນ​ເດຍ​ ​ເວນຍາມ. ​ແຕ່​ຍັງ​ບໍ່​ທັນ​ມີ​​ລາຍ​ງານ​ກ່ຽວ​ກັບ​ການ​​ເສຍ​ຊີວິ​ດ ​ແລະ ຮັບ​ບາດ​ເຈັບ ກໍ​ຄືການສູນ​ເສຍດ້ານ​ຊັບ​ສິນ​ໃນ​ການ​ປະ​ທະ​ກັນຄັ້ງ​ນີ້​ເທື່ອ.

ຂ່າວ/ບົດ​ອື່ນ