ການ​ປະ​ທະ​ກັນ​ຢູ່​ຢູ​ແກຼນ​ເຮັດ​ໃຫ້​ມີ​ປະ​ຊາ​ຊົນ​ເກືອບ 4,2 ລ້ານຄົນ​ຕ້ອງ​ໄປຫຼົບ​ໄພ

(VOVWORLD) -ອົງການອົບພະຍົບສາກົນ (IOM) ຂອງ ສປຊ ກໍ່ໃຫ້ຮູ້ວ່າ ມີພົນລະເມືອງຕ່າງປະເທດກ່ວາ 200.000 ຄົນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຢູແກູນ ກໍ່ຕ້ອງອອກຈາກປະເທດນີ້ ຍ້ອນການປະທະກັນທາງທະຫານ ລະຫວ່າງ ລັດເຊຍ - ຢູແກຼນ.
ການ​ປະ​ທະ​ກັນ​ຢູ່​ຢູ​ແກຼນ​ເຮັດ​ໃຫ້​ມີ​ປະ​ຊາ​ຊົນ​ເກືອບ 4,2 ລ້ານຄົນ​ຕ້ອງ​ໄປຫຼົບ​ໄພ - ảnh 1ຊາວຢູແກຼນຫລົບໄພ (ພາບ: TTXVN)

ຕາມຕົວເລກຂອງ ຂ້າຫຼວງໃຫຍ່ ສປຊ ກ່ຽວກັບຊາວຫຼົບໄພ (UNHCR) ທີ່ປະກາດໃນວັນທີ 3 ເມສາ, ມີຊາວຢູແກຼນຫຼາຍລ້ານຄົນ ຕ້ອງອອກຈາກປະເທດ ນັບແຕ່ເວລາເກີດການປະທະກັນ ລະຫວ່າງ ລັດເຊຍ - ຢູແກຼນ ໃນວັນທີ 24 ກຸມພາ. UNHCR ໃຫ້ຮູ້ວ່າ ໃນເວລາ ກ່ວາ 5 ອາທິດຜ່ານມາ, ມີປະຊາຊົນເກືອບ 4,2 ລ້ານຄົນຕ້ອງຂ້າມຊາຍແດນໄປຫຼົບໄພ.

ອົງການອົບພະຍົບສາກົນ (IOM) ຂອງ ສປຊ ກໍ່ໃຫ້ຮູ້ວ່າ ມີພົນລະເມືອງຕ່າງປະເທດກ່ວາ 200.000 ຄົນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຢູແກູນ ກໍ່ຕ້ອງອອກຈາກປະເທດນີ້ ຍ້ອນການປະທະກັນທາງທະຫານ ລະຫວ່າງ ລັດເຊຍ - ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ