ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ: ລົດຖັງ ອິດສະຣາແອນ ແຍກເຂດ ກາຊາ ເປັນສອງສ່ວນ

(VOVWORLD) - ລັດຖັງຂອງກອງທັບ ປາແລດສະຕິນ ໄດ້ເຂົ້າສູ່ໃຈກາງເຂດ ກາຊາ, ຕັດແຍກເຂດດິນແດນທີ່ມີພົນລະເມືອງ ປະກິດສະຖານ ເກືອບ 2,5 ລ້ານຄົນນີ້ເປັນສອງສ່ວນແລ້ວ.
ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ: ລົດຖັງ ອິດສະຣາແອນ ແຍກເຂດ ກາຊາ ເປັນສອງສ່ວນ - ảnh 1ພາບປະກອບ

ວັນທີ 30 ຕຸລາ, ສື່ມວນຊົນ ປາແລດສະຕິນ ແລະ ພາກພື້ນໃຫ້ຮູ້ວ່າ: ລັດຖັງຂອງກອງທັບ ປາແລດສະຕິນ ໄດ້ເຂົ້າສູ່ໃຈກາງເຂດ ກາຊາ, ຕັດແຍກເຂດດິນແດນທີ່ມີພົນລະເມືອງ ປະກິດສະຖານ ເກືອບ 2,5 ລ້ານຄົນນີ້ເປັນສອງສ່ວນແລ້ວ. ຕາມບັນດາແຫຼ່ງຂ່າວແລ້ວ, ພາຍຫຼັງການຍິງທຳລາຍຢ່າງດຸເດືອດເປັນຫຼາຍຄັ້ງດ້ວຍກຳລັງກອງທັບອາກາດ ແລະ ທະຫານປືນໃຫຍ່ ໃນຄ່ຳຄືນວັນທີ 30 ຕຸລາ ແລະ ຕອນເຊົ້າວັນທີ 31 ຕຸລາ, ມີລົດຖັງ ແລະ ລົດດຸດຂອງກອງທັບ ອິດສະຣາແອນ ກ່ວາ 10 ຄັນໄດ້ບຸກເຂົ້າໃຈກາງເຂດ ກາຊາ, ຕັດແຍກຄົມມະນາຄົມລະຫວ່າງພາກເໜືອ ແລະ ພາກໃຕ້ຢູ່ເຂດນີ້. ສື່ມວນຊົນ ອິດສະຣາແອນ ກໍ່ຢັ້ງຢືນເລື່ອງລົດຖັງຂອງກອງທັບປະເທດນີ້ໄດ້ປະກົດຢູ່ເມືອງ Zaytun ແລະ ໃນຖະໜົນ Salahedin, ຢູ່ໃຈກາງຂອງນະຄອນ ກາຊາ. ແຕ່ເຖິງຢ່າງໃດກໍ່ຕາມ, ຕອນບ່າຍວັນທີ 30 ຕຸລາ, ອົງການສື່ມວນຊົນຂອງຂະບວນການ ອິດສະລາມ ຮາມາດ ໄດ້ຢັ້ງຢືນວ່າ ກຳລັງນີ້ໄດ້ບັງຄັບບັນດາລົດຖັງເຫຼົ່ານັ້ນ ຕ້ອງຖອນຕົວອອກຈາກເຂດດັ່ງກ່າວພາຍຫຼັງ 2 – 3 ຊົ່ວໂມງທີ່ປະທະກັນຢ່າງດຸເດືອດ.

        ແລະກໍ່ໃນວັນທີ 31 ຕຸລາ, ກຳລັງປ້ອງກັນຕົວ ອິດສະຣາແອນ (IDF) ປະກາດໄດ້ທັບມ້າງກ່ວາ 600 ເປົ້າໝາຍຂອງ ຮາມາດ ພາຍຫຼັງບັນດາການເຄື່ອນໄຫວຕໍ່ສູ້ຢູ່ເຂດ ກາຊາ. ໃນຂະນະນັ້ນ, ອົງການສາທາລະນະສຸກ ປາດແລດສະຕິນ ປະກາດໄດ້ຮັບຊາກສົບຂອງກ່ວາ 300 ຄົນທີ່ເສຍຊີວິດ ແລະ ປະມານ 700 ຄົນຖືກບາດເຈັບໃນບັນດາການບຸກໂຈມຕີຫຼ້າສຸດຂອງທັງກອງທັບເຮືອ, ກອງທັບອາກາດ, ທະຫານປືນໃຫຍ່ ແລະ ທະຫານບົກຂອງກອງທັບ ອິດສະຣາແອນ ຢູ່ເຂດ ກາຊາ. ຜູ້ເສຍຊີວິດ ແລະ ຮັບບາດເຈັບສ່ວນຫຼາຍແມ່ນສາມັນຊົນ, ໃນນັ້ນເປັນຕົ້ນແມ່ນເດັກນ້ອຍ ແລະ ແມ່ຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ