ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ: ອິດສະຣາແອນ ເຈລະຈາເພື່ອປ່ອຍຕົວປະກັນຢູ່ເຂດ ກາຊາ

(VOVWORLD) - ທ່ານເນັ້ນໜັກວ່າ: ອິດສະຣາແອນ ພ້ອມກັບ ກາຕາ ແລະ ອີຢິບ ພວມຮັກສາການຕິດຕໍພົວພັນ ແລະ ຄວາມມານະພະຍາຍາມເພື່ອໃຫ້ຕົວປະກັນທຸກຄົນໄດ້ຮັບການປ່ອຍຕົວ
ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ: ອິດສະຣາແອນ ເຈລະຈາເພື່ອປ່ອຍຕົວປະກັນຢູ່ເຂດ ກາຊາ - ảnh 1ທະຫານ ອິດສະຣາແອນ ສືບສວນ ທາງອຸໂມງຂອງ ຂະບວນການອິດສະລາມ ຮາມາດ
(ພາບ:THX/TTXVN)

ວັນທີ 29 ທັນວາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ໄດ້ປະກາດວ່າ: ປະເທດນີ້ພວມເຈລະຈາບັນຫາປ່ອຍຕົວປະກັນທີ່ຖືກຂະບວນການອິດສະລາມ ຮາມາດ ຈັບຕົວຢູ່ເຂດກາຊາ.

        ທີ່ການພົບປະກັບຍາດຕິພີ່ນ້ອງຂອງບັນດາຕົວປະກັນ, ທ່ານນາຍົກລັດຖະມົນຕີ Netanyahu ໃຫ້ຮູ້ວ່າ: ອິດສະຣາແອນ ພວມມານະພະຍາຍາມເພື່ອໃຫ້ຕົວປະກັນທຸກໆຄົນໄດ້ຮັບການປ່ອຍຕົວເປັນອິດສະຫຼະ, ພ້ອມທັງໃຫ້ຮູ້ວ່າ: ກາຕາ ແລະ ອີຢິບ ໄດ້ຍົກອອກ 2 ຂໍ້ສະເໜີສະເພາະເພື່ອແກ້ໄຂບັນຫານີ້. ທ່ານເນັ້ນໜັກວ່າ: ອິດສະຣາແອນ ພ້ອມກັບ ກາຕາ ແລະ ອີຢິບ ພວມຮັກສາການຕິດຕໍພົວພັນ ແລະ ຄວາມມານະພະຍາຍາມເພື່ອໃຫ້ຕົວປະກັນທຸກຄົນໄດ້ຮັບການປ່ອຍຕົວ.

        ໃນສະພາບການກ່ຽວຂ້ອງ, ວັນທີ 29 ທັນວາ, ອຳນາດການປົກຄອງ ອາເມລິກາ ໄດ້ອະນຸມັດຜ່ານເລື່ອງຂາຍໃຫ້ ອິດສະຣາແອນ ຈຳນວນລູກປືນໃຫຍ່ ແລະ ບັນດາອຸປະກອນທີ່ກ່ຽວຂ້ອງມີມູນຄ່າ 147,5 ລ້ານ ໂດລາສະຫະລັດ, ໂດຍນຳໃຊ້ມາດຕາໃນກົດໝາຍວ່າດ້ວຍສະພາວະສຸກເສີນອະນຸຍາດໃຫ້ລັດຖະບານໃຫ້ອະນຸມັດຜ່ານໂດຍບໍ່ຕ້ອງການພິຈາລະນາຂອງສະພາແຫ່ງຊາດ.

        ໃນຕົ້ນເດືອນນີ້, ມາດຕາໃນກົດໝາຍຄ້າຍຄືກັນທີ່ອຳນາດການປົກຄອງ ອາເມລິກາ ນຳໃຊ້ເພື່ອອະນຸມັດຜ່ານການຂາຍ 14.000 ລູກປືນໃຫຍ່ຂະໜາດ 120ມມ ໃຫ້ແກ່ ອິດສະຣາແອນ, ໃນສະພາບການປະທະກັນເກີດຂຶ້ນໃນວັນທີ 7 ຕຸລາ ລະຫວ່າງ ອິດສະຣາແອນ ແລະ ຂະບວນການຮາມາດ ສືບຕໍ່ມີການຜັນແປເຄັ່ງຕຶງ. ຕາມອົງການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ອາເມລິກາ ແລ້ວ, ຈຳນວນລູກປືນໃຫຍ່ດັ່ງກ່າວຈະຖືກເອົາມາຈາກສາງອາວຸດຂອງກອງທັບ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ