ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ: ອີຢິບ ຮຽກຮ້ອງໃຫ້ຢຸດຍິງໂດຍບໍ່ມີເງື່ອນໄຂໃນທັນທີ, ເຄື່ອງຊ່ວຍເຫຼືອມະນຸດສະທຳສືບຕໍ່ສົ່ງເຖິງເຂດ ກາຊາ

(VOVWORLD) - ຄຳເຫັນຂອງທ່ານລັດຖະມົນຕີການຕ່າງປະເທດ Shoukry ໄດ້ຍົກອອກມາໃນການປະຊຸມຖະແຫຼງຂ່າວຮ່ວມກັບຄູ່ຕຳແໜ່ງ Jordan Ayman El-Safadi ແລະ ຄູ່ຕຳແໜ່ງ ອາເມລິກາ  Antony Blinken ຢູ່ນະຄອນຫຼວງ Amman (ຈໍແດນ) ພາຍຫຼັງການພົບປະກັບລັດຖະມົນຕີຂອງ ສະຫະລັດ ອາຣັບ ເອມີເລັດ; ອາຣັບບິ ຊາອຸດິ, ກາຕາ ແລະ ບັນດາເຈົ້າໜ້າທີ່ ປາແລດສະຕິນ ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການຢູ່ເຂດ ກາຊາ.
ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ: ອີຢິບ ຮຽກຮ້ອງໃຫ້ຢຸດຍິງໂດຍບໍ່ມີເງື່ອນໄຂໃນທັນທີ, ເຄື່ອງຊ່ວຍເຫຼືອມະນຸດສະທຳສືບຕໍ່ສົ່ງເຖິງເຂດ ກາຊາ - ảnh 1(ພາບປະກອບຈາກ TTXVN)

ວັນທີ 4 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ອີຢິບ Sameh Shoukry ໄດ້ປະກາດວ່າ: ກາຍໂຣ ຮຽກຮ້ອງໃຫ້ຕ້ອງມີຄຳສັ່ງຢຸດຍິງໂດຍບໍ່ມີເງື່ອນໄຂໃນທັນທີຢູ່ເຂດ ກາຊາ, ກໍ່ຄືສືບຕໍ່ບັນດາການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳໃຫ້ແກ່ປະຊາຊົນ ປາແລດສະຕິນ.

ຄຳເຫັນຂອງທ່ານລັດຖະມົນຕີການຕ່າງປະເທດ Shoukry ໄດ້ຍົກອອກມາໃນການປະຊຸມຖະແຫຼງຂ່າວຮ່ວມກັບຄູ່ຕຳແໜ່ງ Jordan Ayman El-Safadi ແລະ ຄູ່ຕຳແໜ່ງ ອາເມລິກາ  Antony Blinken ຢູ່ນະຄອນຫຼວງ Amman (ຈໍແດນ) ພາຍຫຼັງການພົບປະກັບລັດຖະມົນຕີຂອງ ສະຫະລັດ ອາຣັບ ເອມີເລັດ; ອາຣັບບິ ຊາອຸດິ, ກາຕາ ແລະ ບັນດາເຈົ້າໜ້າທີ່ ປາແລດສະຕິນ ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການຢູ່ເຂດ ກາຊາ.

ລັດຖະມົນຕີການຕ່າງປະເທດ ອີຢິບ ກໍ່ກ່າວເຕືອນຄວາມຈຳເປັນຕ້ອງແກ້ໄຂສະພາບການໃນປະຈຸບັນ ກ່ອນທີ່ການປະທະກັນແຜ່ລາມອອກສູ່ວົງກ້ວາງ ອັນໄດ້ກໍ່ຜົນກະທົບເຖິງຄວາມສະຫງົບ, ສະຖຽນລະພາບຂອງປະຊາຊົນໃນພາກພື້ນ. ທີ່ການປະຊຸມຖະແຫຼງຂ່າວ, ທ່ານ Shoukry ເນັ້ນໜັກວ່າ ມາດຕະການໃຫ້ແກ່ວິກິດການໃນປະຈຸບັນ ແມ່ນເພື່ອລັດ ປາດແລດສະຕິນ ເອກະລາດ. ອີກເທື່ອໜຶ່ງ, ອີຢິບ ໄດ້ຮຽກຮ້ອງໃຫ້ມີການກະທຳວ່ອງໄວ ເພື່ອຟື້ນຟູວິວັດທະນາການສັນຕິພາບ ຕາມມາດຕະການແກ້ໄຂໂດຍສອງລັດ.

ໃນວັນທີ 4 ພະຈິກ, ບັນດາການເດີນຂະບວນໄດ້ເກີດຂຶ້ນຢູ່ ອັງກິດ, ຝລັ່ງ, ເຢຍລະມັນ, ອາເມລິກາ ແລະ ຫຼາຍປະເທດອື່ນ, ເພື່ອແນໃສ່ຮຽກຮ້ອງໃຫ້ມີຄຳສັ່ງຢຸດຍິງ ຢູ່ເຂດ ກາຊາ ໃນສະພາວະທີ່ການປະທະກັນປິນຂັ້ນໄດ.

          ຂ່າວຍັງໃຫ້ຮູ້ວ່າ, ວັນທີ 4 ພະຈິກ, ຂະບວນການ ອິດສະລາມ ຮາມາດ ຄວບຄຸມເຂດ ກາຊາ ໄດ້ໂຈະການຍົກຍ້າຍຜູ້ຖືໜັງສືຜ່ານແດນຕ່າງປະເທດໄປຍັງ ອີຢິບ, ພາຍຫຼັງທີ່ ອິດສະຣາແອນ ບໍ່ອະນຸຍາດໃຫ້ເລື່ອງສົ່ງຊາວ ປາແລດສະຕິນ ຖືກບາດເຈັບ ໄປຍັງໂຮງໝໍຂອງ ອີຢິບ.

          ກ່ອນໜ້ານັ້ນ, ວັນທີ 3 ພະຈິກ, ອິດສະຣາແອນ ໄດ້ປ່ອຍຕົວເປັນອິດສະຫຼະ ໃຫ້ແຮງງານ ປາແລດສະຕິນ 3.200 ຄົນຈາກເຂດ ກາຊາ ທີ່ເຄີຍຖືກກັກຕົວຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ