ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດສ - ອິດ​ສະ​ຣາ​ແອັນ: WHO ຕີ​ລາ​ຄາ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຢູ່ເຂດ​ຕອນ​ໃຕ້ ກາ​ຊາ​ ພວມ​ຊຸດ​ໂຊມ​ຢ່າງໄວ​ວາ

(VOVWORLD) - ຜູ້ປະສານງານກຸ່ມການແພດສຸກເສີນຂອງ WHO ປະຈຳເຂດ ກາຊາ, ທ່ານ Sean Casey, ເນັ້ນໜັກວ່າ ສະພາບການຢູ່ໂຮງໝໍຫຼາຍແຫ່ງແມ່ນມີຄວາມວິຕົກກັງວົນຢ່າງແທ້ຈິງ. 
ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດສ - ອິດ​ສະ​ຣາ​ແອັນ: WHO ຕີ​ລາ​ຄາ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຢູ່ເຂດ​ຕອນ​ໃຕ້ ກາ​ຊາ​ ພວມ​ຊຸດ​ໂຊມ​ຢ່າງໄວ​ວາ - ảnh 1ມີສາມັນຊົນຫຼາຍຄົນຖືກບາດເຈັບໃນການປະທະກັນຢູ່ ກາຊາ ໃນວັນທີ 5 ມັງກອນ 2024 (ພາບ:  THX/TTXVN)

ບັນດາເຈົ້າໜ້າທີ່ຂອງອົງການອະນາໄມໂລກ (WHO) ວັນທີ 09 ມັງກອນ, ສະແດງຄວາມວິຕົກກັງວົນກ່ຽວກັບຄວາມອາດສາມາດຂອງໂຮງໝໍແຫ່ງຕ່າງໆຢູ່ເຂດຕອນໃຕ້ ກາຊາ ຖືກຊຸດໂຊມ ເມື່ອການປະທະກັນລະຫວ່າງຂະບວນການອິດສະລາມ ຮາມາດ ກັບ ອິດສະຣາແອັນ ປີນຂັ້ນໄດອ້ອມນະຄອນ Khan Younis. ປັດຈຸບັນ, ມີພະນັກງານການແພດ ແລະ ຄົນເຈັບຫຼາຍຄົນພວມຕ້ອງຍົກຍ້າຍໄປບ່ອນປອດໄພ.

        ກ່າວຄຳເຫັນໃນການປະຊຸມຖະແຫຼງຂ່າວແບບທາງໄກ, ຜູ້ປະສານງານກຸ່ມການແພດສຸກເສີນຂອງ WHO ປະຈຳເຂດ ກາຊາ, ທ່ານ Sean Casey, ເນັ້ນໜັກວ່າ ສະພາບການຢູ່ໂຮງໝໍຫຼາຍແຫ່ງແມ່ນມີຄວາມວິຕົກກັງວົນຢ່າງແທ້ຈິງ. ບັນດາການກະທຳເປັນປໍລະປັກ ໄດ້ເພີ່ມຂຶ້ນຕາມແຕ່ລະມື້. ວົງການເຈົ້າໜ້າທີ່ເຫັນວ່າ ລະບົບສາທາລະນະສຸກຢູ່ທີ່ນີ້ ພວມຖືກຊຸດໂຊມລົງໂດຍໄວ. ທ່ານກໍໃຫ້ຮູ້ວ່າ ມີຄົນເຈັບປະມານ 600 ຄົນ ຕ້ອງໄດ້ຍົກຍ້າຍອອກຈາກຮາກຖານສາທາລະນະສຸກແຫ່ງຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ