ການ​ປະ​ທະ​ກັນ​ສືບ​ຕໍ່​ເກີດ​ຂຶ້ນຢູ່ ເຂດຝັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນ ເຮັດ​ໃຫ້ຫຼາຍ​ຄົນ​ຮັບ​ບາດ​ເຈັບ

(VOVWORLD) - ໃນວັນທີ 13 ມິຖຸນາ, ສື່ມວນຊົນທ້ອງຖິ່ນ ໄດ້ໃຫ້ຂ່າວ ກ່ຽວກັບເຫດຍິງປືນທີ່ເກີດຂຶ້ນຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເຮັດໃຫ້ ມີ 4 ຄົນຮັບບາດເຈັບ.
ການ​ປະ​ທະ​ກັນ​ສືບ​ຕໍ່​ເກີດ​ຂຶ້ນຢູ່ ເຂດຝັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນ ເຮັດ​ໃຫ້ຫຼາຍ​ຄົນ​ຮັບ​ບາດ​ເຈັບ - ảnh 1ກຳລັງປ້ອງກັນຄວາມສະຫງົບ ອິດສະຣາແອັນ ໃນການປະທະກັນກັບຜູ້ແຫ່ຂະບວນປະທ້ວງ ປາແລັດສະຕິນ ຢູ່ນະຄອນ Ramallah, ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ (ພາບເອກະສານ: AFP/TTXVN)

ວັນທີ 13 ມິຖຸນາ, ໜັງສືພິມ ປາແລັດສະຕິນ ໄດ້ໃຫ້ຂ່າວວ່າ ໃນວັນດຽວກັນ, ກອງທັບ ອິດສະຣາແອັນ ໄດ້ກວາດລ້າງຄ້າຍລີ້ໄພ Balata, ຢູ່ໃກ້ກັບນະຄອນ Nablus ຢູ່ທາງພາກເໜືອຝັ່ງຕາເວັນຕົກ, ແລະ ຖືກໂຕ້ຕອບຄືນຈາກບາງມືປືນ ເຊິ່ງເປັນປະຊາຊົນທ້ອງຖິ່ນ. ນີ້ແມ່ນເຫດການຫຼ້າສຸດ ໃນຫຼາຍການຜັນແປທີ່ເຄັ່ງຕຶງຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໃນໄລຍະຜ່ານມາ.

ຜູ້ຕາງໜ້າອົງການສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ ມີຊາວ ປາແລັດສະຕິນ ຢ່າງໜ້ອຍສຸດ 2 ຄົນ ຖືກບາດເຈັບໃນການປະທະກັນດັ່ງກ່າວ. ແຕ່ຫຼັງຈາກນັ້ນ ມີ 1 ໃນຈຳນວນ 2 ຄົນດັ່ງກ່າວ ໄດ້ເສຍຊີວິດແລ້ວ.

ໃນວັນດຽວກັນ, ສື່ມວນຊົນທ້ອງຖິ່ນ ກໍໄດ້ໃຫ້ຂ່າວ ກ່ຽວກັບເຫດຍິງປືນທີ່ເກີດຂຶ້ນຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເຮັດໃຫ້ ມີ 4 ຄົນຮັບບາດເຈັບ.

ປັດຈຸບັນ, ຍັງບໍ່ທັນຮູ້ແຈ້ງວ່າ 2 ເຫດການດັ່ງກ່າວມີສ່ວນກ່ຽວຂ້ອງຕໍ່ກັນຫຼືບໍ.


ຕອບກັບ

ຂ່າວ/ບົດ​ອື່ນ