ການ​ປະ​ທານ​ກັນ ຮາ​ມາດ​ສ - ອິ​ດ​ສະ​ລາ​ແອັນ: ສ​ປ​ຊ ​ໄວ້​ອາ​ໄລ ພະ​ນັກ​ງານ​ທີ່ເສຍ​ຊີ​ວິດ

(VOVWORLD) - ບັນດາສຳນັກງານຫ້ອງວ່າການຂອງ ສປຊ ປະຈຳ ອາຊີ ໂດຍແມ່ນ ບາງກອກ (ໄທ), ໂຕກຽວ (ຍີ່ປຸ່ນ) ແລະ ປັກກິ່ງ (ຈີນ) ລົດທຸງລົງເຄິ່ງເສົາ ແລະ ໄດ້ກົ້ມຫົວໄວ້ອາໄລ ຕໍ່ນາທີ ໃຫ້ພະນັກງານຂອງອົງການ ທີ່ຖືກເສຍຊີວິດຢູ່ ເຂດ ກາຊາ ໃນການປະທະກັນລະຫວ່າງ ຮາມາດສ - ອິດສະລາແອັນ
ການ​ປະ​ທານ​ກັນ ຮາ​ມາດ​ສ - ອິ​ດ​ສະ​ລາ​ແອັນ: ສ​ປ​ຊ ​ໄວ້​ອາ​ໄລ ພະ​ນັກ​ງານ​ທີ່ເສຍ​ຊີ​ວິດ - ảnh 1ສປຊ ໄວ້ອາໄລ ພະນັກງານທີ່ເສຍຊີວິດ ທີ່ການປະທະກັນ ລະຫວ່າງ ຮາມາດສ ແລະ ອິດສະລາແອັນ
(ພາບ: AFP)

ວັນທີ 13 ພະຈິກ, ທ່ານ Yoav Gallant ລັດຖະມົນຕີກະຊວງປ້ອງກັນປະເທດ  ອິດສະລາແອັນ   ໄດ້ຢັ້ງຢືນວ່າ ຂະບວນການ ຮາມາດສບໍ່ສາມາດຄວບຄຸມເຂດກາຊາ ໄດ້. ປັດຈຸບັນ, ບັນດາສະມາຊິກ ຮາມາດສ ພວມໜີໄປຍັງທາງທິດໃຕ້ ເຂດກາຊາ. ກຳລັງປ້ອງກັນ ອິດສະລາແອັນ (IDF) ກໍ່ຢັ້ງຢືນວ່າ ນະຄອນ Tel Aviv ພ້ອມກັບຕົວເມືອງຈຳນວນໜຶ່ງທີ່ນອນຢູ່ໃນຜືນແຜ່ນດິນຂອງອິດສະລາແອັນ ກໍ່ຖືກບຸກໂຈມຕີຄືນອີກ ພາຍຫຼັງ ຫຼາຍວັນບໍ່ຖືກບຸກໂຈມຕີ.

ແລະກໍ່ໃນວັນດຽວກັນ, ບັນດາສຳນັກງານຫ້ອງວ່າການຂອງ ສປຊ ປະຈຳ ອາຊີ ໂດຍແມ່ນ ບາງກອກ (ໄທ), ໂຕກຽວ (ຍີ່ປຸ່ນ) ແລະ ປັກກິ່ງ (ຈີນ) ລົດທຸງລົງເຄິ່ງເສົາ ແລະ ໄດ້ກົ້ມຫົວໄວ້ອາໄລ ຕໍ່ນາທີ ໃຫ້ພະນັກງານຂອງອົງການ ທີ່ຖືກເສຍຊີວິດຢູ່ ເຂດ ກາຊາ ໃນການປະທະກັນລະຫວ່າງ ຮາມາດສ - ອິດສະລາແອັນ. ພິທີກຳນີ້ ໄດ້ດຳເນີນພາຍຫຼັງ ອົງການກູ້ຊ່ວຍ ແລະ ວຽກເຮັດງານທຳໃຫ້ຊາວລີ້ໄພ ປາແລັດສະຕິດ ຂອງ ສປຊ (UNRWA) ໃຫ້ຮູ້ວ່າ ມີພະນັກງານ 100 ຄົນ ຂອງອົງການນີ້ໄດ້ເສຍຊີວິດຢູ່ເຂດ ກາຊາ ຍ້ອນການປະທະກັນລະຫວ່າງຮາມາດສ - ອິດສະລາແອັນ ທີ່ເກີດຂຶ້ນໃນວັນທີ 7 ຕຸລາຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ