ການປ່ຽນແປງໃໝ່ການສຶກສາ ແລະ ບຳລຸງສ້າງ ແຫ່ງຊາດ ໄລຍະ 2016 – 2020

(VOVWORLD) -ຕອນບ່າຍວັນທີ 29 ພຶດສະພາ, ຢູ່ສຳນັກງານລັດຖະບານ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມຂອງຄະນະກຳມະການ ການປ່ຽນແປງໃໝ່ການສຶກສາ ແລະ ບຳລຸງສ້າງແຫ່ງຊາດ ໄລຍະ 2016 – 2020 ແລະ ສະພາການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດແຫ່ງຊາດ ອາຍຸການ 2016 – 2020.

ການປ່ຽນແປງໃໝ່ການສຶກສາ ແລະ ບຳລຸງສ້າງ ແຫ່ງຊາດ ໄລຍະ 2016 – 2020 - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ

(ພາບ: TTXVN)

ກອງປະຊຸມດັ່ງກ່າວ ແນໃສ່ຮັບເອົາຄຳຄິດເຫັນຂອງບັນດາສະມາຊິກຄະນະກຳມະການ ແລະ ສະພາ ກ່ຽວກັບບາງຂົງເຂດທີ່ສຳຄັນ, ນັ້ນແມ່ນການພັດທະນາຖັນແຖວຄູອາຈານ; ສ້າງຫຼັກສູດ, ປື້ມຕຳລາການສຶກສາສາມັນໃໝ່; ເປັນເຈົ້າຕົນເອງໃນການຄຸ້ມຄອງໃນລະດັບມະຫາວິທະຍາໄລ ແລະ ປັບປຸງລະບຽບການພິຈາລະນາຮັບຮອງມາດຕະຖານບັນລຸມາດຖານຕຳແໜ່ງສາດສະດາຈານ, ຮອງສາດສະດາຈານ.

        ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ການພັດທະນາເສດຖະກິດ ແມ່ນຈຳເປັນ ແຕ່ສຸດທ້າຍ ການຮັບໃຊ້ປະຊາຊົນ ນັ້ນແມ່ນ ການສຶກສາ ແລະ ສາທາລະນະສຸກ, ຍ້ອນມີສ່ວນກ່ຽວຂ້ອງເຖິງທຸກຄອບຄົວ, ທຸກຄົນ, ນີ້ກໍແມ່ນເນື້ອໃນສຳຄັນ ເຊິ່ງໄດ້ສະແດງອອກໃນບັນດາມະຕິຂອງພັກ, ສະພາແຫ່ງຊາດ ແລະ ລັດຖະບານ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ບັນດາໝາກຜົນການສຶກສາ ແລະ ບຳລຸງສ້າງຂອງຫວຽດນາມ ໃນຕະຫຼອດໄລຍະຜ່ານມາ, ເນັ້ນໜັ້ກວ່າ ນີ້ແມ່ນຊັບສິນອັນລ້ຳຄ່າ ທີ່ຄວນປຸກລຸກ ເພື່ອມີແຫຼ່ງຊັບພະຍາກອນມະນຸດທີ່ດີໃຫ້ແກ່ປະເທດຊາດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສຶກສາ ແລະ ບໍຳລຸງສ້າງ ຄວນກຳແໜ້ນແຜນນະໂຍບາຍ ເພື່ອສະເໜີມາດຕະການຊຸກຍູ້ການປ່ຽນແປງໃໝ່, ຮັບໃຊ້ໃຫ້ແກ່ການພັດທະນາຂອງປະເທດຊາດ. ໃນນັ້ນ, ຄວນໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການສຶກສາ ແລະບຳລຸງສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ