ການປ່ຽນແປງໃໝ່,ປະດິດຄິດສ້າງແລະ Startup ເພື່ອເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) -ຫວຽດນາມ ໄດ້ເພີ່ມຂຶ້ນ 13 ຂັ້ນ, ຢືນອັນດັບທີ 15 ໃນໂລກ ແລະ ມຸ່ງໄປເຖິງເປົ້າໝາຍແມ່ນໃຈກາງ Startup ແຖວໜ້າຢູ່ເຂດອາຊີຕາເວັນອອກສ່ຽງໃຕ້.
ການປ່ຽນແປງໃໝ່,ປະດິດຄິດສ້າງແລະ Startup ເພື່ອເປົ້າໝາຍພັດທະນາແບບຍືນຍົງ - ảnh 1 (ທີ່ກອງປະຊຸມສຳ)

ກອງປະຊຸມສຳມະນາວິທະຍາສາດສາກົນ “ການປ່ຽນແປງໃໝ່, ປະດິດຄິດສ້າງແລະ Startup ເປົ້າໝາຍພັດທະນາແບບຍືນຍົງ: ຫວນຄືນໄລຍະ 5 ປີ ແລະ ວິໄສທັດໃນອະນາຄົດ” ຖືກດຳເນີນໃນຕອນເຊົ້າວັນທີ 18 ສິງຫາ, ຢູ່ຮ່າໂນ້ຍ. ເຫດການໂດຍສູນ Startup ແລະ ປະດິດຄິດສ້າງສັງຄົມ (ມະຫາວິທະຍາໄລເສດຖະກິດແຫ່ງຊາດ), ສູນໜູນຊ່ວຍການ Startup ປະດິດຄິດສ້າງແຫ່ງຊາດ, ສະພາອັງກິດ ປະຈຳຫວຽດນາມ, ສູນຝລັ່ງ - ຫວຽດນາມ ບຳລຸງສ້າງກ່ຽວກັບການຄຸ້ມຄອງ ໄດ້ສົມທົບກັນຈັດຕັ້ງ.

        ບັນດາບັນຫາທີ່ໄດ້ນຳມາປຶກສາຫາລືລວມມີ: ລະບົບ Startup - ປະດິດຄິດສ້າງແຫ່ງຊາດ; ວັດແຖກການປ່ຽນແປງໃໝ່ປະດິດຄິດສ້າງ, Startup (ລະດັບຊາດ, ທ້ອງຖິ່ນ, ຫຼາຍຂະແໜງ); ການປ່ຽນແປງໃໝ່, ປະດິດຄິດສ້າງ, Startup ກັບເຕັກໂນໂລຊີດີຈີຕອນ… ທ່ານນາງສາດສະດາຈານ, ປະລິນຍາເອກ ເຈິ່ງທິເວີນຮວາ, ຮອງອະທິການບໍດີມະຫາວິທະຍາໄລເສດຖະກິດແຫ່ງຊາດຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ການປ່ຽນແປງໃໝ່, ປະດິດຄິດສ້າງ ແລະ Startup ແມ່ນກຸນແຈ່ເປີດອອກແຫຼ່ງກຳລັງພັດທະນາໃໝ່ໃຫ້ແກ່ບັນດາປະເທດໃນໂລກ. ນັບແຕ່ປີ 2016 ມາຮອດປະຈຸບັນ, ການປ່ຽນແປງໃໝ່, ປະດິດຄິດສ້າງ ແລະ Startup ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາມາດຕະການແກ້ໄຂສຳຄັນໃນຍຸດທະສາດພັດທະນາເສດຖະກິດສັງຄົມຂອງຫວຽດນາມ, ໄດ້ນຳເອົາເຂົ້າໃນບັນດາໂຄງການຂອງລັດຖະບານ, ແຜນຮ່າງຂອງບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນຕ່າງໆ”.

        ຫວ່າງແລ້ວນີ້, StartupBlink, ສູນຄົ້ນຄວ້າ ແລະ ສ້າງແຜນທີ່ລະບົບ Startup ທົ່ວໂລກ, ຫາກໍ່ປະກາດຕາຕະລາງຈັດອັນດັບລະບົບ Startup ບັນດາປະເທດ 2020. ຕາມນັ້ນແລ້ວ, ຫວຽດນາມ ໄດ້ເພີ່ມຂຶ້ນ 13 ຂັ້ນ, ຢືນອັນດັບທີ 15 ໃນໂລກ ແລະ ມຸ່ງໄປເຖິງເປົ້າໝາຍແມ່ນໃຈກາງ Startup ແຖວໜ້າຢູ່ເຂດອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ