ການຜະ​ລິດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ ສືບ​ຕໍ່​ມີ​ສັນ​ຍານ​ເປັນ​ໜ້າ​ຊື່ນ​ຊົມ ໃນ 2 ເດືອ​ນ​ຕົ້ນ​ປີ 2022

(VOVWORLD) -ຄິດໄລ່ລວມແລ້ວ 2 ເດືອນຕົ້ນປີ 2022, ດັດຊະນີການຜະລິດໃນທົ່ວຂະແໜງອຸດສາຫະກຳໄດ້ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.
ການຜະ​ລິດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ ສືບ​ຕໍ່​ມີ​ສັນ​ຍານ​ເປັນ​ໜ້າ​ຊື່ນ​ຊົມ ໃນ 2 ເດືອ​ນ​ຕົ້ນ​ປີ 2022 - ảnh 1(ພາບປະກອບ: hanoimoi.com.vn)

ຕາມຕົວເລກຈາກກົມໃຫຍ່ສະຖິຕິຫາກໍ່ປະກາດ, ການຜະລິດອຸດສາຫະກຳໃນເດືອນ ກຸມພາ 2022 ຂອງ ຫວຽດນາມ ສືບຕໍ່ມີສັນຍານເປັນໜ້າຊື່ນຊົມ ດ້ວຍລະດັບເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຄິດໄລ່ລວມແລ້ວ 2 ເດືອນຕົ້ນປີ 2022, ດັດຊະນີການຜະລິດໃນທົ່ວຂະແໜງອຸດສາຫະກຳໄດ້ເພີ່ມຂຶ້ນ 5,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

        ມີກຸ່ມ, ຂະແໜງການຈຳນວນໜຶ່ງຢັ້ງຢືນການເພີ່ມຂຶ້ນ ລວມມີ ການປຸ່ງແຕງ, ການປະດິດສ້າງ, ການຜະລິດ ແລະ ຈຳໜ່າຍໄຟຟ້າ, ການສະໜອງນ້ຳ, ການເຄື່ອນໄຫວຄຸ້ມຄອງ ແລະ ບຳບັດສິ່ງເສດເຫຼືອ, ນ້ຳເປື້ອນ…

        ໄລ່ລວມແລ້ວ 2 ເດືອນຕົ້ນປີ 2022, ທົ່ວປະເທດມີວິສາຫະກິດເກືອບ 20.300 ແຫ່ງ ຈົດທະບຽນສ້າງຕັ້ງໃໝ່ ດ້ວຍຍອດທຶນຈົດທະບຽນ 277.600 ຕື້ດົ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ