ການຝຶກຊ້ອມຂະໜາດໃຫຍ່ກະກຽມໃຫ້ພິທີສວນສະໜາມເນື່ອງໃນໂອກາດວັນໄຊຊະນະວັນທີ 9 ພຶດສະພາ ຢູ່ລັດເຊຍ

(VOVWORLD) - ວຽກງານກະກຽມໃຫ້ພິທີຝຶກຊ້ອມໂດຍກອງທັບລັດເຊຍ ພ້ອມກັບບັນດາກຳລັງກ່ຽວຂ້ອງກະກຽມ ແລະ ຝຶກຊ້ອມກ່ອນນີ້ 2 – 3 ເດືອນ

ວັນທີ 6 ພຶດສະພາ, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນລັດເຊຍ, ໄດ້ຈັດຕັ້ງພິທີຝຶກຊ້ອມຂະໜາດໃຫຍ່ກະກຽມໃຫ້ພິທີສວນສະໜາມສະເຫຼີມສະຫຼອງ 73 ປີແຫ່ງວັນໄຊຊະນະ ຟາດຊິດ 9/5/1945 – 9/5/2018.      

        ວຽກງານກະກຽມໃຫ້ພິທີຝຶກຊ້ອມໂດຍກອງທັບລັດເຊຍ ພ້ອມກັບບັນດາກຳລັງກ່ຽວຂ້ອງກະກຽມ ແລະ ຝຶກຊ້ອມກ່ອນນີ້ 2 – 3 ເດືອນ. ປີນີ້, ມີກ່ວາ 150 ຫົວໜ່ວຍ ດ້ວຍອາວຸດທັນສະໄໝ ແລະ ບັນດາລົດທີ່ທັນສະໄໝທີ່ສຸດຈະເຂົ້າຮ່ວມການສວນສະໜາມ. ໃນນັ້ນ, ມີລູກສອນໄຟປ້ອງກັນອາກາດ Tor – M2, ລົດສູ້ຮົບ Terminator, ບັນດາກຸ່ມຫຸ່ນຍົນສຸ້ຮົບ Uran – 6 ແລະ Uran – 9, ບັນດາເຮືອບິນບໍ່ມີຄົນຂັບທີ່ທັນສະໄໝ…ຈຸດພົ້ນເດັ່ນໃນພິທີສວນສະໜາມໃນພິທີສະເຫຼີມສະຫຼອງວັນໄຊຊະນະ 9 ພຶດສະພາ ປີນີ້ແມ່ນການສະແດງຂອງເຮືອບິນ MiG-31K ດ້ວຍລູກສອນໄຟໄວທີ່ສຸດ Kh-47M2 Kinzhal. ມີທະຫານກ່ວາ 12.000 ຄົນຈະເຂົ້າຮ່ວມພິທີສວນສະໜາມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ