ການພົບປະ2ຝ່າຍຂອງພົນເອກໂດ໋ບ໋າຕິຢູ່ນອກADCFIM-13

ການພົບປະ2ຝ່າຍຂອງພົນເອກໂດ໋ບ໋າຕິຢູ່ນອກADCFIM-13 - ảnh 1
ພົນ​ເອກ ​ໂດ໋ບ໋າ​ຕິ ແລະ ຫົວໜ້າຄະນະລາວ

(vovworld) – ​​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການກອງ​ບັນຊາການ​ກຳລັງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 13 (ACDFIM – 13) ຢູ່ ວຽງຈັນ, ປະ​ເທດ​ລາວ, ຕອນ​ບ່າຍ​ວັນ​ທີ 13/3, ​ພົນ​ເອກ ​ໂດ໋ບ໋າ​ຕິ, ຫົວໜ້າ​ເສນາ​ທິການ​ໃຫຍ່​ກອງ​ທັບ​ປະຊາຊົນ ຫວຽດນາມ ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ຫົວໜ້າ​ຄະນະຜູ້​ແທນ​ບັນດາ​ປະ​ເທດ ລາວ, ຟີ​ລິບ​ປິນ, ມຽນມາ ​ແລະ ບຣູ​ໄນ.

        ທີ​່ການ​ພົບ​ປະກັບ ພົນ​ຕີ ສຸ​ວອນ ​ເລືອ​ງບຸນ​ມີ, ຫົວໜ້າ​ເສນາ​ທິການ​ໃຫຍ່ກອງທັບ​ປະຊາຊົນ ລາວ, ພົນ​ເອກ ​ໂດ໋ບ໋າ​ຕິ ​ໄດ້ຕີ​ລາຄາ​ສູງ​ວຽກ​ງານ​ກະກຽມ​ຂອງ​ປະ​​ເທດ​ເຈົ້າພາບ ​ແລະ ສະ​​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ກອງທັບ​ ລາວ​ ຈະ​ຈັດ​ຕັ້ງ​ກອງ​ປະຊຸມ ACDFIM – 13 ​ ​ເວົ້າ​ສະ​ເພາະ ​ແລະ ບັນດາ​ກອງ​ປະຊຸມ​ການ​ທະຫານ ​ແລະ ປ້ອງ​ກັນ​ປະ​ເທດ ອາ​ຊຽນ ​ໃນ​ປີ 2016 ​ເວົ້າ​ລວມສຳ​ເລັດ​ຜົນ. ພົນ​ເອກ ​ໂດ໋ບ໋າ​ຕິ ​ແລະ ພົນ​ຕີ ສຸ​ວອນ ​ເລືອ​ງບຸນ​ມີ ​ເຫັນ​ດີ​ເປັນ​ເອກະສັນນຳ​ກັນ​ວ່າ 2 ຝ່າຍ​ຈະ​ເພີ່​ມທະວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ເວທີ​ປາ​ໄສຫຼາຍ​ຝ່າຍ.

        ທີ່​ການ​ພົບ​ປະລະ​ຫວ່າງ ພົນ​ເອກ ​ໂດ໋ບ໋າ​ຕິ ​ແລະ ພົນ​ຕີ Romeo Tanalgo, ຫົວໜ້າ​ຄະນະ​ຜູ້​ແທນ ຟີ​ລິບ​ປິນ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ໄດ​້ລົງ​ນາມ​ແລ້​ວ, ຄື​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ຮ່ວມ​ມື​ກ່ຽວ​ກັບ​ການ​ຝຶກ​ອົບຮົມ - ກໍ່​ສ້າງ, ພົບ​ປະ​ແລກປ່ຽນ​ກອງທັບ​ເຮືອ.

        ​ໃນ​ການ​ພົບ​ປະລະ​ຫວ່າງ ພົນ​ເອກ ​ໂດ໋ບ໋າ​ຕິ ​ແລະ ພົນ​ເອກ Min Aung Hlaing, ຫົວໜ້າ​ເສນາ​ທິການ​ໃຫຍ່​ບັນດາ​ກຳລັງ​ປະກອບ​ອາວຸດ ມຽນມາ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​​ເສນາ​ຮັກ, ການ​ສຶກສາ ​ແລະ ບຳລຸງ​ສ້າງ.

        ​ທີ່​ການ​ພົບ​ປະລະ​ຫວ່າງ ພົນ​ເອກ ​ໂດ໋ບ໋າ​ຕິ ​ ​ແລະ ພົນ​ຈັດ​ຕາ​ວາ Palaoan Mohd Tawih Abdullah, ຫົວໜ້າ​ເສນາ​ທິການ​ໃຫຍ່​ບັນດາ​ກຳລັງ​ປະກອບ​ອາວຸດ ບຣູ​​ໄນ, 2 ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ 2 ຝ່າຍ, ພິ​ເສ​​ດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ສຶກສາ - ກໍ່​ສ້າງ, ​ແລກປ່ຽນ​ຂໍ້​ມູນ​ຂ່າວ.


ຂ່າວ/ບົດ​ອື່ນ