ການພົບ​ປະກັບ​ຄະ​ນະທຸ​ຕາ​ນຸ​ທູດ​ເນື່ອ​ງ​ໃນ​ໂອ​ກາດ​ບຸ​ນ​ເຕັດ​ປີ​ຊ​ວດ 2020

(VOVWORLD) -ຕອນຄ່ຳວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງການພົບປະກັບຄະນະທຸຕານຸທູດ ເນື່ອງໃນໂອກາດບຸນເຕັດປີຊວດ 2020. 
ການພົບ​ປະກັບ​ຄະ​ນະທຸ​ຕາ​ນຸ​ທູດ​ເນື່ອ​ງ​ໃນ​ໂອ​ກາດ​ບຸ​ນ​ເຕັດ​ປີ​ຊ​ວດ 2020 - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN) 

ທີ່ເຫດການ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ປາດຖະໜາວ່າ ໃນປີໃໝ່ນີ້, ຫວຽດນາມຈະສືບຕໍ່ໄດ້ຮັບການຮ່ວມມື ຄຽງບ່າຄຽງໄຫຼ່, ເພີ່ມທະວີການພົວພັນຮ່ວມມືໃນຫຼາຍດ້ານ, ກ່ວາອີກ, ໄດ້ຮັບຄວາມສ້າງສັນ ແລະ ຄວາມໄວ້ເນື້ອເຊື່ອໃຈຈາກ ລັດຖະບານ, ປະຊາຊົນບັນດາປະເທດ ແລະ ບັນດາອົງການສາກົນຕື່ມອີກ.

        ກ່າວຄຳເຫັນທີ່ການພົບປະ, ທ່ານ Saadi Salama ເອກອັກຄະລັດຖະທູດ ລັດ ປາແລັດສະຕິນ, ຫົວໜ້າຄະນະທຸຕານຸທູດ, ໄດ້ຢັ້ງຢືນວ່າ ປີ 2020 ແມ່ນໂອກາດເພື່ອໃຫ້ຫວຽດນາມ ປະກອບສ່ວນມີທັດສະນະສຳຄັນໃນການສືບຕໍ່ໍຊຸກຍູ້ການປະຕິບັດກົດບັດ ສປຊ ແລະ ກົດໝາຍສາກົນ, ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນໂລກ, ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດ, ຊຸກຍູ້ລັດທິຫຼາຍຝ່າຍ ແລະ ມານະພະຍາຍາມ ແກ້ໄຂບັນດາສິ່ງທ້າທາຍລວມ  ຂອງມວນມະນຸດເພື່ອສ້າງອະນາຄົດທີ່ດີງາມກ່ວາ. ທ່ານເອກອັກຄະລັດຖະທູດ ກໍ່ຢັ້ງຢືນເຖິງ ຄວາມກຽມພ້ອມ ແລະ ຕັດສິນໃຈສືບຕໍ່ ມານະພະຍາຍາມຊຸກຍູ້ ແລະ ພັດທະນາການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ບັນດາປະເທດ, ບັນດາອົງການຈັດຕັ້ງສາກົນໃນໂລກໃຫ້ດີກ່ວາອີກ, ຜ່ານການຮ່ວມມືສ້າງສັນຕິພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອໂລກແຫ່ງສັນຕິພາບ, ສະເໝີພາບ, ວັດທະນາຖາວອນ, ຮ່ວມມື ແລະ ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ