ການພົບປະກັບນັກປັນຍາຊົນມິດຕະພາບ ແລະ ລຸ້ນໜຸ່ມສອງປະເທດ ຫວຽດນາມ - ຈີນ

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີຄວາມປິຕິຊົມຊື່ນທີ່ໄດ້ພົບປະກັບບັນດານັກປັນຍາຊົນ, ນັກຮຽນຮູ້, ພະນັກງານຈີນ ແລະ ຍາດຕິພີ່ນ້ອງບັນດາເພື່ອນມິດ ຈີນ ທີ່ເຄີຍຊ່ວຍເຫຼືອ ຫວຽດນາມ ໃນຊຸມວັນເດືອນປີທີ່ຍາດເອົາເອກະລາດມາໃຫ້ປະເທດຊາດ.
ການພົບປະກັບນັກປັນຍາຊົນມິດຕະພາບ ແລະ ລຸ້ນໜຸ່ມສອງປະເທດ ຫວຽດນາມ - ຈີນ - ảnh 1ບັນດາຜູ້ແທນເຂົ້າຮ່ວມການພົບປະ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະເທດປະເທດ ຈີນ ສີຈີ້ນຜິງ, ຕອນບ່າຍວັນທີ 13 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ພັນລະຍາ ພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແລະ ພັນລະຍາ ໄດ້ພົບປະກັບນັກປັນຍາຊົນມິດຕະພາບ ແລະ ລຸ້ນໜຸ່ມສອງປະເທດ ຫວຽດນາມ - ຈີນ.

ການພົບປະກັບນັກປັນຍາຊົນມິດຕະພາບ ແລະ ລຸ້ນໜຸ່ມສອງປະເທດ ຫວຽດນາມ - ຈີນ - ảnh 2ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

        ທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີຄວາມປິຕິຊົມຊື່ນທີ່ໄດ້ພົບປະກັບບັນດານັກປັນຍາຊົນ, ນັກຮຽນຮູ້, ພະນັກງານຈີນ ແລະ ຍາດຕິພີ່ນ້ອງບັນດາເພື່ອນມິດ ຈີນ ທີ່ເຄີຍຊ່ວຍເຫຼືອ ຫວຽດນາມ ໃນຊຸມວັນເດືອນປີທີ່ຍາດເອົາເອກະລາດມາໃຫ້ປະເທດຊາດ. ທ່ານເລຂາທິການໃຫຍ່ ກໍ່ສະແດງຄວາມທີ່ເຕັມໄປດ້ວຍຄວາມເຊື່ອໝັ້ນເມື່ອພົບປະກັບຊາວໜຸ່ມສອງປະເທດ ດ້ວຍຄວາມມຸ່ງໝາຍເດີນຕາມບັນດາລຸ້ນທີ່ໄປກ່ອນ, ນຳມາເຊິ່ງພະລັງຊີວິດ ແລະ ອະນາຄົດທີ່ໃສແຈ້ງໃນການພົວພັນ ຫວຽດນາມ - ຈີນ.

ການພົບປະກັບນັກປັນຍາຊົນມິດຕະພາບ ແລະ ລຸ້ນໜຸ່ມສອງປະເທດ ຫວຽດນາມ - ຈີນ - ảnh 3ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ເນັ້ນໜັກວ່າ: ການພົວພັນມິດຕະພາບ ຫວຽດນາມ - ຈີນ ມີພື້ນຖານແມ່ນປະຊາຊົນ ແລະ ຊາວໜຸ່ມແມ່ນອະນາຄົດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຢັ້ງຢືນກົນໄກພົວພັນແລກປ່ຽນ, ຮ່ວມມືປະຊາຊົນສອງຝ່າຍ, ໃນນັ້ນມີການພົວພັນວັດທະນະທຳ, ພົບປະແລກປ່ຽນລະຫວ່າງບັນດາທ້ອງຖິ່ນທີ່ມີຊາຍແດນຕິດຈອດກັນສອງປະເທດຈະປະກອບສ່ວນເພີ່ມທະວີນ້ຳໃຈຄວາມຮັກແພງລະຫວ່າງສອງຝ່າຍ, ພ້ອມກັນແບ່ງປັນອະນາຄົດຕໍ່ໜ້າໂລກມີການຜັນແປຫຼາຍຢ່າງ. ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ  ສີຈີ້ນຜິງ ສະແດງຄວາມຫວັງວ່າ: ຊາວໜຸ່ມຈະແມ່ນຜູ້ສືບທອດ ນ້ຳໃຈມິດຕະພາບ ຈີນ - ຫວຽດນາມ, ຕັ້ງໜ້າປະກອບສ່ວນເພີ່ມທະວີການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ແກ່ການພັດທະນາຂອງສອງປະເທດ.

        ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສປ ຈີນໄດ້ເດີນທາງກັບເມືອປະເທດ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ທາງລັດຖະກິດຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ