ການ​ພົບ​ປະ​​ກັບ​ນັກ​ສຶ​ກສາ ລາວ ແລະ ນັກ​ສຶ​ກສາ ​ກຳ​ປູ​ເຈຍ​​ ເນື່ອງໃນ​ໂອ​ກາດ​ບຸນ​ປີ​ໃໝ່ ລາວ ແລະ ບຸນ Chol Chnam Thmay ກຳ​ປູ​ເຈຍ

(VOVWORLD) - "ບັນດາເພື່ອນຈະສືບຕໍ່ແມ່ນຜູ້ທີ່ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນອັນດີງາມລະຫວ່າງສາມປະເທດ, ປະກອບສ່ວນສ້າງສາປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງ ແລະ ວັດທະນາຖາວອນ, ພ້ອມກັນມຸ່ງໄປສູ່ເປົ້າໝາຍສ້າງປະຊາຄົມ ອາຊຽນ ໃຫ້ມີສັນຕິພາບ, ການຮ່ວມມື ແລະ ພັດທະນາ"

ການ​ພົບ​ປະ​​ກັບ​ນັກ​ສຶ​ກສາ ລາວ ແລະ ນັກ​ສຶ​ກສາ ​ກຳ​ປູ​ເຈຍ​​ ເນື່ອງໃນ​ໂອ​ກາດ​ບຸນ​ປີ​ໃໝ່ ລາວ ແລະ ບຸນ Chol Chnam Thmay ກຳ​ປູ​ເຈຍ - ảnh 1ລາຍການສະແດງສິລະປະຂອງນັກສຶກສາ ລາວ (ພາບ: TTXVN) 

ວັນທີ 10 ເມສາ, ການນຳນະຄອນ ໂຮ່ຈີມິນ ໄດ້ພົບປະກັບນັກສຶກສາ ລາວ ແລະ ນັກສຶກສາ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລໃນບໍລິເວນນະຄອນ ເນື່ອງໃນໂອກາດບຸນປີໃໝ່ ລາວ ແລະ ບຸນ Chol Chnam Thmay ກຳປູເຈຍ. ໃນບັນຍາກາດທີ່ເຕັມໄປດ້ວຍຄວາມສະໜິດສະໜົມ ແລະ ອົບອຸ່ນ, ມີນັກສຶກສາ ລາວ ແລະ ກຳປູເຈຍ ກ່ວາ 500 ຄົນ ທີ່ນຸ່ງຊຸດປະຈຳຊາດຂອງຕົນໄດ້ປະຕິບັດພິທີກຳບາສີສູ່ຂວັນ, ຫົດນ້ຳ ແລະ ມອບພວງມາໄລເຊິ່ງກັນ ແລະ ກັນ.

        ກ່າວຄຳເຫັນນະທີ່ນີ້, ທ່ານ ເຈິ່ນລີວກວາງ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ໂຮ່ຈີມິນ ໄດ້ ສົ່ງຄຳອວຍພອນປີໃໝ່ໄປຍັງບັນດາເພື່ອນນັກສຶກສາ ລາວ, ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ, ແລະຫວັງວ່າ ບັນດານັກສຶກສາ ລາວ, ກຳປູເຈຍຈະຕ້ອນຮັບບຸນປີໃໝ່ເຕັມໄປດ້ວຍຄວາມອົບອຸ່ນ, ຜາສຸກ. ທ່ານ ເຈິ່ນລີວກວາງ ເນັ້ນໜັກວ່າ:

        “ຊາວໜຸ່ມສາມປະເທດແມ່ນປັດໄຈສຳຄັນທີ່ສຸດໃນການເຊື່ອມຕໍ່ ແລະ ຮັດແໜ້ນນ້ຳໃຈມິດຕະພາບ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ບັນດານັກສຶກສາ ລາວ, ນັກສຶກສາ ກຳປູເຈຍ ຈະແມ່ນປັດໄຈອັນຕັ້ງໜ້າປະກອບສ່ວນເຂົ້າໃນການຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ, ນ້ຳໃຈ ສະໜິດຕິດພັນລະຫວ່າງປະຊາຊົນທັງສາມປະເທດ ໃຫ້ຫຼາຍກ່ວາອີກ. ບັນດາເພື່ອນຈະສືບຕໍ່ແມ່ນຜູ້ທີ່ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນອັນດີງາມລະຫວ່າງສາມປະເທດ, ປະກອບສ່ວນສ້າງສາປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງ ແລະ ວັດທະນາຖາວອນ, ພ້ອມກັນມຸ່ງໄປສູ່ເປົ້າໝາຍສ້າງປະຊາຄົມ ອາຊຽນ ໃຫ້ມີສັນຕິພາບ, ການຮ່ວມມື ແລະ ພັດທະນາ”.

ຕອບກັບ

ຂ່າວ/ບົດ​ອື່ນ