ການພົບປະຂັ້ນສຸດຍອດ ອາເມລິກາ ແລະ ຈີນ - ກາລະໂອກາດເພື່ອແກ້ໄຂຄວາມບໍ່ລົງລອຍກັນ

(VOVWORLD) -ທີ່ການພົບປະຄັ້ງນີ້, ຄາດວ່າ 2 ຝ່າຍຈະເຮັດແຈ້ງເສັ້ນແດງຂອງແຕ່ລະປະເທດໃນການພົວພັນ 2 ຝ່າຍ
ການພົບປະຂັ້ນສຸດຍອດ ອາເມລິກາ ແລະ ຈີນ - ກາລະໂອກາດເພື່ອແກ້ໄຂຄວາມບໍ່ລົງລອຍກັນ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden  ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ
(ພາບປະກອບ: AP)

        ວັນທີ 14 ພະຈິກ, ຢູ່ເກາະ ບາລີ, ອິນໂດເນເຊຍ, ກ່ອນທີ່ດຳເນີນກອງປະຊຸມສຸດຍອດກຸ່ມ G20, ຄາດວ່າຈະດຳເນີນການພົບປະລະຫວ່າງທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ. ນີ້ແມ່ນການພົບປະແບບເຊິງໜ້າທຳອິດລະຫວ່າງການນຳ 2 ທ່ານ ນັບແຕ່ເມື່ອທ່ານ Joe Biden ດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ.

        ທີ່ການພົບປະຄັ້ງນີ້, ຄາດວ່າ 2 ຝ່າຍຈະເຮັດແຈ້ງເສັ້ນແດງຂອງແຕ່ລະປະເທດໃນການພົວພັນ 2 ຝ່າຍ, ກຳນົດບັນດາຂົງເຂດອາດສາມາດພ້ອມກັນຮ່ວມມື ແລະ ກ້າວໄປເຖິງການເຮັດໃຫ້ການພົວພັນລະຫວ່າງ 2 ປະເທດມີສະຖຽນລະພາບ. ຝ່າຍ ອາເມລິກາ ຖືວ່າ 2 ຝ່າຍປຶກສາຫາລືຄວາມມານະພະຍາຍາມຮັກສາ ແລະ ເພີ່ມທະວີຊ່ອງຕິດຕໍ່ພົວພັນລະຫວ່າງ 2 ປະເທດ, ຄຸ້ມຄອງການແກ່ງແຍ້ງໂດຍມີຄວາມຮັບຜິດຊອບ ແລະ ການຮ່ວມມືໃນຂົງເຂດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດນຳກັນ, ພິເສດແມ່ນບັນດາສິ່ງທ້າທາຍຂ້າມຊາດ ທີ່ສົ່ງຜົນກະທົບເຖິງປະຊາຄົມສາກົນ…

        ຕາມການຕີລາຄາຂອງວົງການນັກໄຈ້ແຍກແລ້ວ, ເຖິງວ່ານີ້ແມ່ນກາລະໂອກາດຂອງ 2 ປະເທດຫຼຸດຜ່ອນຄວາມເຄັ່ງຕຶງ, ແຕ່ຄວາມຫວັງກ່ຽວກັບບາດກ້າວບຸກທະລຸແມ່ນບໍ່ຫຼາຍ ແລະ ຊ້ຳບໍ່ໜຳຈະບໍ່ມີຖະແຫຼງການຮ່ວມສະບັບໃດຖືກຍົກອອກມາພາຍຫຼັງການພົບປະ.

ຕອບກັບ

ຂ່າວ/ບົດ​ອື່ນ