ການພົບປະສັງສັນກັບບັນດານັກວິທະຍາສາດຫວຽດນາມຢູ່ອົດສະຕາລີ

ການພົບປະສັງສັນກັບບັນດານັກວິທະຍາສາດຫວຽດນາມຢູ່ອົດສະຕາລີ - ảnh 1
ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຫວຽດ​ນາມ​ຢູ່ ອົດ​ສະ​ຕາ​ລີ
ພາບ:TTXVN

(vovworld)-​ວັນ​ທີ 4/7 ຢູ່ ນະ​ຄອນ​ຫລວງ Canberra, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ອົດ​ສະ​ຕາ​ລີ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້ ທ່ານ ເລືອງ​ແທງງີ້, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອົດ​ສະ​ຕາ​ລີ ໃຫ້​ຮູ້​ວ່າ: ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ພວມ​ພັດ​ທະ​ນາ​ຢ່າງ​ຈົບ​ງາມ. ສອງ​ປະ​ເທດ​ພວມ​ຕັ້ງ​ຫນ້າ​ຜັນ​ຂະ​ຫຍາຍ​ສັນ​ຍາ​ຮ່ວມ​ມື​ກ່ຽວ​ກັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ ຊື່ງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ປີ 2013. ທ່ານ​ ເລືອງ​ແທງງີ້ ຕ​ີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ