ການພົບປະສັງສັນເນື່ອງໃນໂອກາດສະເຫລີມສະຫລອງ73ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 6 ກັນຍາ ຢູ່ ສູນກະຈາຍສຽງແຫ່ງຊາດ ເຮືອນເລກທີ 58 ຖະຫນົນກວານຊື ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດການພົບປະສັງສັນເນື່ອງໃນໂອກາດສະເຫລີມສະຫລອງ 73 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ (7 ກັນຍາປີ 1945- 7 ກັນຍາປີ 2018) ແລະ ແນະນຳປື້ມ “ນັກຂ່າວຟານກວາງ - ອາຍຸຍືນ 90 ປີ, 70 ປີເຄື່ອນໄຫວໃນຂົງເຂດສື່ມວນຊົນ”. 
ການພົບປະສັງສັນເນື່ອງໃນໂອກາດສະເຫລີມສະຫລອງ73ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ - ảnh 1ຮອງສາດສະດາຈານ, ປອ ຫງວຽນທິເຈື່ອງຢາງ ຫົວຫນ້າພະແນກກະຈາຍສຽງ - ໂທລະພາບ, ສະຖາບັນໂຄສະນາຂ່າວສານ ແລະ ສື່ມວນຊົນ ຜູ້ຮຽບຮຽງປື້ມກ່ຽວກັບນັກຂ່າວ  ຟານກວາງ 

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນເທກີ໋ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ຊີ້ແຈ້ງວ່າ: ເວລາ 11 ໂມງ 30 ນາທີ ຂອງວັນທີ 7 ກັນຍາ ປີ 1945, ວິທະຍຸກະຈາຍສຽງຫວຽດນາມ ໄດ້ອອກອາກາດລາຍການທຳອິດ ໃຊ້ເວລາ 90 ນາທີ ລວມມີລາຍການຂ່າວ ດ້ວຍພາສາຫວຽດ, ພາສາອັງກິດ, ບົດເພງ. ໃນລາຍການກະຈາຍສຽງພິເສດນັ້ນ ວິທະຍຸກະຈາຍສຽງຫວຽດນາມ ໄດ້ອອກອາກາດບົດຖະແຫລງປະກາດເອກະລາດໂດຍທ່ານປະທານໂຮ່ຈິມີນ ກ່າວຕໍ່ມວນຊົນໃນທົ່ວປະເທດ ແລະ ທົ່ວໂລກ ກ່ອນນັ້ນ 5 ວັນ ທີ່ສະຫນາມຫລວງ ບາດີງ. 73 ປີຜ່ານມາ ພະນັກງານ, ນັກຂ່າວ, ພາລະກອນ ວິທະຍຸກະຈາຍສຽງຫວຽດນາມ ໄດ້ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ ສ້າງການພັດທະນາຢ່າງຕໍ່ເນື່ອງ ແລະ ເຂັ້ມແຂງ.

“ໃນໄລຍະປະຈຸບັນ, ວິທະຍຸກະຈາຍສຽງຫວຽດນາມ ພວມມີການປ່ຽນແປງຢ່າງແຮງຕາມທິດກາຍເປັນອົງການສື່ມວນຊົນຫລາຍຮູບການ, ຫລາຍພາຫະນະ, ຍູ້ແຮງການຕອບຮັບ, ຫນູນຊ່ວຍເຊິ່ງກັນ ແລະກັນລະຫວ່າງ 4 ປະເພດສື່ມວນຊົນຄື: ກະຈາຍສຽງ, ໂທລະພາບ, ສື່ເອເລັກໂຕນິກ ແລະ ສື່ສິ່ງພິມ.  ໂດຍປະຕິບັດຄວາມຕ້ອງການດ້ານການເມືອງ ແລະ ຂໍ້ມູນຂ່າວສານຂອງສັງຄົມທັນສະໄຫມໃຫ້ເປັນຢ່າງດີ, ຢັ້ງຢືນທີ່ຕັ້ງແຖວຫນ້າຂອງວິທະຍຸກະຈາຍສຽງແຫ່ງຊາດ, ໃນ 73 ປີແຫ່ງການສ້າງສາ ແລະ ພັດທະນາ, ວິທະຍຸກະຈາຍສຽງຫວຽດນາມ ມີຄວາມເອກອ້າງທະນົງໃຈແມ່ນບ່ອນເຕົ້າໂຮມຂອງນັກຂ່າວ, ນັກປະພັນວັນນະຄະດີ, ນັກສີລະປິນທີ່ມີຊື່ສຽງແຖວຫນ້າຂອງປະເທດຊາດ, ນັກຄຸ້ມຄອງ, ນັກເຕັກນິກເກັ່ງກ້າດ້ານວິຊາການລຸ້ນຕ່າງໆ.”

ທ່ານ ຫງວຽນເທກີ໋ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ໄດ້ຊີ້ແຈ້ງວ່າ: ປີ 1988 ນັກຂ່າວ ຟານກວາງ ຄາວນັ້ນແມ່ນຮອງລັດຖະມົນຕີກະຊວງຖະແຫລງຂ່າວ ໂດຍໄດ້ຮັບການມອບໝາຍຫນ້າທີ່ຈາກພັກ ແລະ ລັດ ດຳລົງຕຳແຫນ່ງເປັນຜູ້ອຳນວຍການໃຫຍ່ ທັງເປັນບັນນາທິການໃຫຍ່. ນັກຂ່າວ ຟານກວາງ ໄດ້ພ້ອມກັບຄະນະການນຳວິທະຍຸ ກະຈາຍສຽງ ສ້າງຍຸດທະສາດພັດທະນາ, ວາງອອກຫລາຍມາດຕະການທີ່ດີ, ມີລັກສະນະບຸກທະລຸກ່ຽວກັບດ້ານເນື້ອໃນ, ເຕັກນິກ, ຈັດຕັ້ງກົງຈັກ, ສ້າງຫລາຍລາຍການໃຫມ່ມີຄວາມໃກ້ຊິດສະຫນິດສະຫນົມກັບມວນຊົນ, ຍົກສູງຄຸນນະພາບດ້ານເນື້ອໃນ, ເພີ່ມເວລາອອກອາກາດ.

ທີ່ພິທີສະເຫລີມສະຫລອງ, ວິທະຍຸກະຈາຍສຽງຫວຽດນາມ ສົມທົບກັບສະຖາບັນໂຄສະນາຂ່າວສານ ແລະ ສື່ມວນຊົນ ແນະນຳປື້ມ “ຟານກວາງ - ອາຍຸຍືນ 90 ປີ, 70 ປີເຄື່ອນໄຫວໃນຂົງເຂດສື່ມວນຊົນ”. ປື້ມຫົວນີ້ໂດຍແມ່ນຮອງສາດສະດາຈານ, ປອ ຫງວຽນທິເຈື່ອງຢາງ ຫົວຫນ້າພະແນກກະຈາຍສຽງ - ໂທລະພາບ, ສະຖາບັນໂຄສະນາຂ່າວສານ ແລະ ສື່ມວນຊົນ ຮຽບຮຽງ ເພື່ອສະແດງຄວາມຮູ້ບຸນຄຸນ, ເຄົາລົບນັບຖື ແລະ ສະແດງຄວາມຮັກແພງຕໍ່ ນັກຂ່າວຟານກວາງ ແລະ ສະຫນອງເອກະສານເພື່ອໃຫ້ຜູ້ໃດຢາກຊອກຮູ້ກ່ຽວກັບນັກຂ່າວ ຟານກວາງ.

ຕອບກັບ

ຂ່າວ/ບົດ​ອື່ນ