ການພົບປະສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຍາກທີ່ຈະດຳເນີນໃນຕົ້ນເດືອນ ກັນຍາ

(VOVWORLD) - ວັນທີ 13 ສິງຫາ, ທ່ານ Kim Eui-Keum ໂຄສົກຂອງປະທານາທິບໍດີ ສ.ເກົາຫຼີ ຖືວ່າ ການພົບປະສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຍາກທີ່ຈະດຳເນີນໄດ້ໃນຕົ້ນເດືອນ ກັນຍາ ຈະມາເຖິງ.

ຕາມທ່ານ Kim ແລ້ວ, ຍາກທີ່ຈະຈັດຕັ້ງໄດ້ການພົບປະສຸດຍອດໃນໄລຍະແຕ່ວັນທີ 1 – 10 ກັນຍາ ໄດ້ຍ້ອນບັນດາເງື່ອນໄຂຕົວຈິງ. ບັນຫາທ່ານ Kim ຢາກເວົ້າເຖິງ ອາດຈະແມ່ນວັນຊາດ ສປປ.ເກົາຫຼີ 09/09, ສ້າງເປັນຂີດໝາຍ 70ປີແຫ່ງວັນສະຖາປະນາປະເທດອາຊີຕາເວັນອອກສ່ຽງເໜືອນີ້.

        ຖ້າຫາກການພົບປະນີ້ ດຳເນີນໄປຈະແມ່ນການພົບປະສຸດຍອດຄັ້ງທີ 3 ລະຫວ່າງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ການນຳ ສປປ.ເກົາຫຼີ Kim Jong-un ໃນຮອບເວລາ 5 ເດືອນ. ຖ້າຫາກທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄປນະຄອນຫລວງ ພຽງຢາງ ຂອງ ສປປ.ເກົາຫຼີ, ນີ້ຈະແມ່ນການໄປຢ້ຽມຢາມພຽງຢ່າງຄັ້ງທຳອິດຂອງການນຳ ສ.ເກົາຫຼີ ໄປ ໃນກ່ວາສະຕະວັດ. ປັດຈຸບັນ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ  ໄດ້ເລີ່ມຕົ້ນການເຈລະຈາຂັ້ນສູງ ແນໃສ່ປຶກສາຫາລືວຽກງານຈັດຕັ້ງການພົບປະສຸດຍອດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ