ການພົບປະສົນ ທະນາເຊື່ອມໂຍງ ເຂົ້າກັບເສດຖະກິດ ໂລກເຂດພາກກາງ- ໄຕງວຽນ

ການພົບປະສົນ ທະນາເຊື່ອມໂຍງ ເຂົ້າກັບເສດຖະກິດ ໂລກເຂດພາກກາງ- ໄຕງວຽນ - ảnh 1
ນະຄອນດ່ານັງ
(ພາບ:danangexplorer.com)

( vovworld ) –   ຕອນ​ເຊົ້າວັນ​ທີ 28/5, ຢູ່​ນະຄອນ​ດ່າ​ນັງ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ຈັດການ​ພົບ​ປະ​ສົນທະນາ​ເຊື່ອມ​ໂຍງເຂົ້າກັບ​ເສດຖະກິດ​ໂລກ​ເຂດ​ພາກ​ກາງ-​ໄຕ​ງວຽນ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ສັງ​ລວມຕໍ່​ກັບວິວັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ໂລກ​ຂອງ ຫວຽດນາມ ​ໄລຍະ 2001-2010. ​ໃນ 25 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດນາມ ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ແຮງ​ໃນວິວັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ໂລກ​, ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ ​ແລະ ກາຍເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ. ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ກັບ 180 ປະ​ເທດ​ໃນ​ຈຳນວນ​ 193 ປະ​ເທດ​ເປັນ​ສະມາຊິກ​ຂອງ ສະຫະ​ປະຊາ​ຊາດ; ຮັບປະກັນ​ບົດບາດ​ກຳມະການ​ບໍ່​ເປັນ​ທາງ​ການ​ສະພາ​ຄວາມໝັ້ນຄົງ ສະຫະ​ປະຊາ​ຊາດ ​ໄລຍະ 2008-2009 ສຳ​ເລັດ ​ແລະ ​ເປັນ​ປະທານ​ອາ​ຊຽນ 2010. ທີ່​ການ​ພົບ​ປະ​ສົນທະນາ, ບັນດາ​ຜູ້​ແທນ​ໄດ້​ຍົກ​ອອກ​ບັນດາ​ຜົນງານ ​ແລະ ຂໍ້​ຈຳກັດ​ໃນວິວັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ໂລກ​​ຂອງ ຫວຽດນາມ ​ໃນ​ໄລຍະ​ທີ່​ຜ່ານ​ມາ. ທ່ານ Dang Dinh Quy ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ພົວພັນ​ກັບ​ຕ່າງປະ​ເທດ ​ໃຫ້​ຮູ້​ວ່າ:

   “ນີ້​ແມ່ນບັນດາ​ຄຳ​ເຫັນ ​ແລະ ຂໍ້​ມູນ​ຂ່າວ​ສານທີ່​ດີ​ທີ່​ສຸດ ​ເພື່ອ​ໃຫ້​ຄະນະ​ຮຽບຮຽງ​ຕີ​ລາຄາ​ໂດຍ​ສັງ​ລວມວິວັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ໂລກຂອງ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ກັນນັ້ນ, ທ້ອງ​ຖິ່ນຕ້ອງ​ພິຈາລະ​ນາ​ບັນດາ​ຄວາມ​ຕ້ອງການ, ມາດ​ຕະການ, ການ​ກຳນົດ​ທິດຊີ້​ນຳ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ຕ້ອງ​ເຮັດ​ແນວ​ໃດ​ ​ເພື່ອ​ເຊື່ອມ​ໂຍງ​ເຂົ້າກັບ​ເສ​ດຖະກິດ​ໂລກ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ບັນລຸ​ຈຸດໝາຍ​ພັດທະນາ, ຮັບ​ໃຊ້​ພາລະກິດ​ປົກ​ປັກ​ຮັກສາ​ລັດທິສັງຄົມ​ນິຍົມ​ໄວ້ ຢ່າງໝັ້ນຄົງ

 

ຂ່າວ/ບົດ​ອື່ນ