ການພົບປະສົນທະນາຍຸດທະສາດຄັ້ງທີ5ຂັ້ນຮອງລັດຖະມົນຕີການຕ່າງປະເທດຫວຽດນາມ-ອິນເດຍ

ການພົບປະສົນທະນາຍຸດທະສາດຄັ້ງທີ5ຂັ້ນຮອງລັດຖະມົນຕີການຕ່າງປະເທດຫວຽດນາມ-ອິນເດຍ - ảnh 1
ກອງ​ປະ​ຊຸມ​ທາບ​ທາມ​ການ​ເມືອງ​ຄັ້ງ​ທີ 8 ແລະ ການ​ພົບ​ປະ​
ສົນ​ທະ​ນາຍຸດ​ທະ​ສາດ ຄັ້ງ​ທີ 5  ຫວຽດ​ນາມ-ອິນ​ເດຍ
(ພາບ: ຮູຍບີງ)

(vovworld)- ວັນ​ທີ 2/8, ທ່ານ ຫວູ​ຮົ່ງ​ນາມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ ແລະ ​ທ່ານ Preeti Saran ເລ​ຂາຮັບ​ຜິດ​ຊອບ​ຝ່າຍ​ຕາ​ເວ​ັນ​ອອກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ເດຍ, ໄດ້​ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ທາບ​ທາມ​ການ​ເມືອງ​ ຄັ້ງ​ທີ 8 ແລະ ການ​ພົບ​ປະ​ສົນ​ທະ​ນາ​ຍຸດ​ທະ​ສາດ ຄັ້ງ​ທີ 5 ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ-ອິນ​ເດຍ. ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື ແລະ ເຫັນ​ດີ​ເປັນ​ເອ​ກະສັນ ຫຼາຍ​ມາດ​ຕະ​ການ ແນ​ໃສ່​ນຳ​​ການ​ພົວ​ພັນ​ຄູ່ຮ່ວມ​ມືຍຸດ​ທະ​ສາດ​ ​ໃຫ້ພັດ​ທະ​ນາ​ກວ້າງ​ເລິກ​ຍິ່ງກວ່າ​ອີກ, ຕອບ​ສະ​ໜອງ​ຕາມ​ຄວາມ​ຫວັງ​ ຂອງ​ການ​ນຳ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກ​ພາບ​ ຮັກ​ສາທ່າ​ພັດ​ທະ​ນາທີ່​ດີ​ງາມ ໃນ​ປັດ​ຈຸ​ບັນ​ ຂອງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອ​ງ​ກັນ​ຄວາມ​ສະ​ຫງົບ ຜ່ານ​ບັນ​ດາ​ການ​ຢ້ຽມ​ຢາມ, ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ ແລະ ແບ່ງ​ປັນ​ບົດ​ຮຽນ ກໍ່​ຄື​ການ​ຖ່າຍ​ທອດ​ເຕັກ​ນິກ, ເຕັກ​ໂນ​ໂລ​ຊີ. ໃນ​ຂົງ​ເຂດ​ເສດ​ຖະ​ກິດ-ການ​ຄ້າ, ສອງ​ຝ່າຍ​ຖື​ວ່າ ຈຳ​ເປັນ​ຕ້ອງ​ມີ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ ​ຢ່າງ​ເຂັ້ມ​ແຂງກວ່າ​ອີກ ເພື່ອ​ນຳ​ເອົ​າ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ ບັນ​ລຸຄາດ​ໝາຍ 15 ຕື້ USD ໂດຍ​ໄວ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ ຊຸກ​ຍູ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ແລະ ອິນ​ເດຍ ເພີ່ມ​ທະ​ວີ​ການ​ລົງ​ທຶນ​ເຊິງ​ກັນ ແລະ ກັນ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກ​ະພາບ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ​ຜ່ານ​ບັນ​ດາບ້ວງ​ເງິນ​ສິນ​ເຊື່ອ​ບຸລິ​ມະ​ສິດ, ໜູນ​ຊ່ວຍ​ການ​ພັດ​ທະ​ນາ, ກໍ່​ສ້າງ​ຍົກ​ສູງ​ຄວາມ​ສາ​ມາດ ​ໃນ​ຂອບ​ເຂດ​ສອງ​ຝ່າຍ ກໍ່​ຄື​ໃນ​ການ​ຮ່ວມ​ມື ​ອາ​ຊຽນ-ອິນ​ເດຍ​ ເວົ້າ​ລວມ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວ​ັນ​ອອກ, ສອງ​ຝ່າຍ​ຮຽກ​ຮ້ອງ​ ໃຫ້​ບັນ​ດາ​ປະ​ເທດ​ມີຄວາມ​ຮັບ​ຜິດ​ຊອບ ​ໃນ​ການ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ ແລະ ບັນ​ດາ​ມາດ​ຖານ​​ກົດ​ໝາຍສາ​ກົນ; ບັນ​ດາ​ການ​ຂັດ​ແຍ້ງ​ ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ.

        ຕອນ​ບ່າຍ​ ຂອງວັນ​ດຽວ​ກັນ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫວູ​ຮົ່ງ​ນາມ ໄດ້​​ພົບປະ​ກັບ ທ່ານ ນາງ Sujatha Singh ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ເດຍ.


ຂ່າວ/ບົດ​ອື່ນ