ການພົບປະສົນທະນາ“ຮ່າໂນ້ຍໃນເມື່ອກອ່ນແລະປະຈຸບັນ”:ຮ່າໂນ້ຍໃນເຄິ່ງສັດຕະວັດທີ20

 

ການພົບປະສົນທະນາ“ຮ່າໂນ້ຍໃນເມື່ອກອ່ນແລະປະຈຸບັນ”:ຮ່າໂນ້ຍໃນເຄິ່ງສັດຕະວັດທີ20 - ảnh 1
ຄຸ້ມ​ຖະ​ຫນົນ​ເກົ່າ​ຮ່າ​ໂນ້ຍ​ໃນ​ເມື່ອ​ກ່ອນ
ພາບ​ເອ​ກະ​ສານ

(vovworld)-  ຕອ​ນ​ຄ່ຳ​ວ​ັ​ນ​ທີ 5/10 ຢູ່ ຮ່າ​ໂນ້ຍ, ສູນ​ວັດ​ທະ​ນະ​ທຳ ຝ​ລັ່ງ ແລະ ບໍ​ລິ​ສັດ​ວັດ​ທະ​ນະ​ທຳ​ສື່​ສານ ຫຍ໋າ​ນາມ ໄດ້​ສົ​ມ​ທົບ​ກັນ​ຈັດ​ຕັ້ງ​ການ​ພົບ​ປະ​ສົນ​ທະ​ນາ “ຮ່າ​ໂນ້ຍໃນ​ເມື່ອ​ກ່ອນ ແລະ ປະ​ຈຸ​ບັນ” ເນື່ອງ​ໃນ​ໂອ​ກາ​ດ​ພິມ​ຈຳ​ຫ​ນ່າຍ​ຄືນຊຸດ​ປື້ມ “ຮ່າ​ໂນ້ຍ ໃນ​ເຄິ່ງ​ສັດ​ຕະ​ວັດ​ທີ 20” ຂອງ​ນັກ​ຄົ້ນ​ຄວ້າ, ນາຍ​ຄູ ຫງວຽນ​ວັນ​ອ໋ວນ. ປື້ມ​ຫົວ​ນີ້​ພິມ​ຈຳ​ຫນ່າຍເປັນ​ຄັ້ງທຳ​ອິດ​ໃນ​ປີ 1995, ບໍ່​ພຽງ​ແຕ່​ຊ່ວຍໃຫ້​ຜູ້​ອ່ານ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ທີ່​ຕັ້ງພູມ​ສາດ, ການ​ເປີດກວ້າງ​ບໍ​ລິ​ເວນ​ເຂດ​ປົກ​ຄອງ​, ສະ​ຖາ​ປັດ​ຕະ​ຍະ​ກຳ​ນະ​ຄອນ​ຫລວງ​ໃນ​ໄລ​ຍະ​ປະ​ຫວັດ​ສາດເທົ່າ​ນັ້ນ ຫາກ​ນັກ​ປະ​ດິດ​ແຕ່ງ​ປື້​ມ​ຫົວ​ນີ້​ຍັງ​ເລົ່າ​ຄືນ​ວິ​ວັດ​ການ​ສ້າງ​ຕັ້ງ​ບັນ​ດາຖະ​ຫນົນ​ອາ​ຊີບ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຮ່າ​ໂນ້ຍ​ທຸກ​ຊັ້ນ​ວັນ​ນະ​ຜ່ານ​ແຕ່​ລະ​ເລື່ອງ​ໃນ​ການ​ດຳ​ລົງຊີ​ວິດ​ປະ​ຈຳ​ວັນ. ນາຍ​ຄູ, ນັກ​ຄົ້ນ​ຄ້​ວາ ຫງວຽນ​ວັນ​ອ​ວ໋ນ ເກີດ​ປີ 1912 ຢູ່​ບ້ານ ເທື້ອງ​ກົກ ເມືອງ ຢາ​ໂລກ ແຂວງ ຫາຍ​ເຢືອງ ແລະ ເຖິງ​ແກ່​ມໍ​ລະ​ນະ​ກຳ​ເມື່ອ​ປີ 1991.


ຕອບກັບ

ຂ່າວ/ບົດ​ອື່ນ