ການພົບປະສ້າງສັນລະຫວ່າງນັກ ປັນຍາຊົນເປັນຊາວຫວຽດນາມ ອາໄສຢູ່ຝະລັ່ງ

ການພົບປະສ້າງສັນລະຫວ່າງນັກ ປັນຍາຊົນເປັນຊາວຫວຽດນາມ ອາໄສຢູ່ຝະລັ່ງ - ảnh 1

(ພາບ: tintuc.xalo.vn)

(vovworld): “​​ເພີ່ມ​ທະວີ​ປະສິດທິ​ຜົນ​ການ​ປະກອບສ່ວນ​ຂອງ​ນັກ​ປັນຍາ​ຊົນເປັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝະລັ່ງ ກັບປະ​ເທດ​ຊາດ, ບ້ານ​ເກີ​ດເມືອງ​ນອນ“ ​ແມ່ນ​ເນື້ອ​ໃນ​ການ​ພົບປະ​ສ້າງສັນ​ລະຫວ່າງບັນດາ​ນັກ​ປັນຍາ​ຊົນເປັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝະລັ່ງ ​ເປັນຄັ້ງທຳ​ອິດ ​ໂດຍ​ສະຖານທູດ​ຫວຽດນາມ ປະຈຳ​ຝະລັ່ງ ຈັດຕັ້ງຂຶ້ນ​ໃນວັນ​ທີ​ 20/1. ຕາມ​ທ່ານ ​ເຢຶ​ອງ​ຈິ​ຢຸງ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຝະລັ່ງ ​ແລ້ວ, ການ​ພົບ​ປະຄັ້ງນີ້ ​ເພື່ອ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຍົກ​ສູງ​ປະສິດທິ​ຜົນ​ການ​ປະກອບສ່ວນ​ທັງ​ດ້ານ​ວັດຖຸ, ຈິດ​ໃຈ​ຂອງຖັນ​ແຖວນັກ​ປັນຍາ​ຊົນເປັນ​ຊາວ​ຫວຽດນາມ ອາ​ໄສ​ຕ່າງປະ​ເທດ​ຕໍ່​ປະ​ເທດ​ຊາດ​ກ່ວາ​ອີກ. ນີ້​ກໍ່​ແມ່ນ​ໂອກາດ​ເປີດ​ກ້ວາງ​ການ​ພົບ​ປະ, ​ແລກປ່ຽນຄຳ​ເຫັນ ​ແລະ ຮັບ​ຟັງ​ຄວາມ​​ໃນໃຈ, ຄວາມ​ມຸ້ງ​ຫວັງ​ຂອງນັກ​ປັນຍາ​ຊົນເປັນ​ຊາວ​ຫວຽດນາມ ອາ​ໄສຢູ່ຝະລັ່ງ ຕໍ່​ພາລະກິດ​ພັດທະນາ​ເສດຖະກິດ-​ສັງຄົມ​ຢູ່​ຫວຽດນາມ:

    “ມາ​ຮອດ​ປະຈຸ​ບັນ, ກຳລັງນັກ​ປັນຍາ​ຊົນເປັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ແຕ່ງປະ​ເທດ​ ບໍ່​ພຽງ​ແຕ່​​ໄດ້ປະກອບສ່ວນ​ບົດຮຽນ​ດ້ານ​ວິຊາ​ສະ​ເພາະ, ຄຸ້ມ​ຄອງ, ຫາກ​ຍັງ​ມີ​ອິດ​ທິພົນ​ຊື່​ສຽງ, ທີ່​ຕັ້ງບົດບາດ​ໃນ​ສັງຄົມ​ປະ​ເທດ​ທີ່​ຕົນຢູ່​ອາ​ໄສ​ອີກ​ດ້ວຍ. ຍາມ​ໃດ ລັດ, ລັດຖະບານ​ຫວຽດນາມ ກໍ່​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ກຳລັງນັກ​ປັນຍາ​ຊົນເປັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ​ໃນ​ນັ້ນມີນັກ​ປັນຍາ​ຊົນເປັນ​ຊາວ​ຫວຽດນາມ ອາ​ໄສຢູ່​ຝະລັ່ງ“

 

 

ຂ່າວ/ບົດ​ອື່ນ