ການ​ພົບ​ປະສ້າງ​ສັນ​ສະ​ເຫຼີມ​ສະຫຼອງ 46 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

(VOVWORLD) - ດ້ວຍຫົວຂໍ້ “ເສີມຂະຫຍາຍມູນເຊື້ອສາມັກຄີ, ຕັດສິນໃຈສ້າງສາ ນະຄອນສີວິໄລ ແລະ ທັນສະໄໝ”, ການພົບປະແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນ, ຮັບຮູ້ບັນດາການອຸທິດສ່ວນ, ການປະກອບສ່ວນອັນຍິ່ງໃຫຍ່ຂອງບັນດາລຸ້ນພະນັກງານ, ນັກຮົບບັນດາກຳລັງ ໃນພາລະກິດຕໍ່ສູ້ປົດປ່ອຍຊົນຊາດ, ເຊີດຊູບາງແບບຢ່າງທີ່ດີເດັ່ນໃນການສ້າງສາ, ປົກປັກຮັກສາ ແລະ ພັດທະນານະຄອນ
ການ​ພົບ​ປະສ້າງ​ສັນ​ສະ​ເຫຼີມ​ສະຫຼອງ  46 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ - ảnh 1ການພົບປະສ້າງສັນກັບບັນດາແມ່ຫວຽດນາມ ວິລະຊົນ, ບັນດາພະນັກງານ, ນັກຮົບບັນດາກອງກຳລັງທີ່ເຂົ້າຮ່ວມການປົດປ່ອຍພາກໃຕ້ (ພາບ: hcmcpv.org.vn)

ຕອນເຊົ້າວັນທີ  28 ເມສາ, ຄະນະພັກນະຄອນ ນະຄອນໂຮ່ຈີມິນ ໄດ້ຈັດການພົບປະສ້າງສັນກັບບັນດາແມ່ຫວຽດນາມ ວິລະຊົນ, ບັນດາພະນັກງານ, ນັກຮົບບັນດາກອງກຳລັງທີ່ເຂົ້າຮ່ວມການປົດປ່ອຍພາກໃຕ້ ເນື່ອງໃນໂອກາດສະເຫຼີມສະຫຼອງ  46 ປີແຫ່ງວັນວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ

        ດ້ວຍຫົວຂໍ້ “ເສີມຂະຫຍາຍມູນເຊື້ອສາມັກຄີ, ຕັດສິນໃຈສ້າງສາ ນະຄອນສີວິໄລ ແລະ ທັນສະໄໝ”, ການພົບປະແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນ, ຮັບຮູ້ບັນດາການອຸທິດສ່ວນ, ການປະກອບສ່ວນອັນຍິ່ງໃຫຍ່ຂອງບັນດາລຸ້ນພະນັກງານ, ນັກຮົບບັນດາກຳລັງ ໃນພາລະກິດຕໍ່ສູ້ປົດປ່ອຍຊົນຊາດ, ເຊີດຊູບາງແບບຢ່າງທີ່ດີເດັ່ນໃນການສ້າງສາ, ປົກປັກຮັກສາ ແລະ ພັດທະນານະຄອນ.

        ທີ່ການພົບປະ, ບັນດາຜູ້ແທນໄດ້ພ້ອມກັນຫວນຄືນມູນເຊື້ອອັນອົງອາດກ້າຫານ, ການປະກອບສ່ວນສຳຄັນ ທີ່ຍາດໄດ້ໄຊຊະນະ ວັນທີ 30 ເມສາ 1975 ຂອງບັນດາກຳລັງ ຜ່ານບັນດາເລື່ອງລາວຂອງ ບັນດາພະຍານຫຼັກຖານໃນປະຫວັດສາດ ທີ່ເຂົ້າຮ່ວມການບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ໃນລະດູບານໃໝ່ປີ 1975. ກ່າວຄຳເຫັນທີ່ການພົບປະ, ທ່ານ ຫງວຽນວັນເນນ ເລຂາຄະນະພັກນະຄອນ ນະຄອນ ໂຮ່ຈີມິນ ຢັ້ງຢືນວ່າ:

        ຈິດໃຈຂອງວັນທີ 30 ເມສາ ປະຫວັດສາດຍາມໃດກໍ່ແມ່ນແປວໄຟເພື່ອໃຫ້ພວກເຮົາປະຕິບັດຄວາມມຸ່ງມາດປາດຖະໜາ ສ້າງສາປະເທດຊາດ ຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ, ສ້າງນະຄອນໂຮ່ຈີມິນສິວິໄລ, ທັນສະໄໝ,ເຕັມໄປດ້ວຍນ້ຳໃຈ. ພວກຂ້າພະເຈົ້າມີຄວາມປາດຖະໜາຢາກໃຫ້ຊາວນະຄອນແຕ່ລະຄົນ ລ້ວນແຕ່ຮັບຮູ້ໄດ້ ພາລະໜ້າທີ່ ຂອງຕົນ ເພື່ອດຳລົງຊີວິດສົມກັບການອຸທິດສ່ວນຂອງຄົນລຸ້ນກ່ອນ. ບັນດາຜູ້ນຳ, ພະນັກງານ, ສະມາຊິກພັກ, ສະມາຊິກຊາວໜຸ່ມ, ສະມາຊິກສະມາຄົມແມ່ນແກ່ນສານ ແລະ ແບບຢ່າງນຳໜ້າໃນການປະຕິບັດໜ້າທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ