ການພົບປະອວຍພອນການສ້າງຕັ້ງຂອງປະຊາຄົມເສດຖະກິດອາຊຽນASEAN(AEC)

ການພົບປະອວຍພອນການສ້າງຕັ້ງຂອງປະຊາຄົມເສດຖະກິດອາຊຽນASEAN(AEC) - ảnh 1
​ສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້ (ASEAN) ຢູ່ Paris
(ພາບ: vietnam+)

(Vovworld) - ​ສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້ (ASEAN) ຢູ່ Paris (ACP), ຝ​ຣັ່ງ, ຫາກໍ່​ຈັດ​ການ​ພົບ​ປະ​ອວຍ​ພອນ​ການ​​ສ້າງ​ຕັ້ງ​ຂອງ​ປະ​ຊາ​ຄົມເສດ​ຖະ​ກິດ ASEAN (ACP). ເຂົ້າ​ຮ່ວມ​ການ​ພົບ​ປະ​ ມີ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ອຸ​ປະ​ທູດ​ຂອງ 10 ປະ​ເທດ ASEAN ແລະ ແຂກ​ເຊີນທີ່​ມາ​​ຈາກຫຼາຍ​ກະ​ຊວງ, ຂະ​ແໜງ​ການ​ຂອງ​ຝ​ຣັ່ງ 200 ທ່ານ. ກ່າວ​ຄວາມ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ນາງ Maria Theresa Lazaro, ເອກ​ອັກ​ຄະ​ລັດ​ຖະ​ທູດ ຟີ​ລີບ​ປີນ ປະ​ຈຳ​ຝ​ຣັ່ງ, ປະ​ທານຜັດ​ປ່ຽນ​ກຳ​ມະ​ການ ASEAN ປະ​ຈຳ Paris, ໃຫ້​ຮູ້​ວ່າ: ສະ​ມາ​ຄົມ ASEAN ​​ໄດ້​ຮັບ​ການ​ສ້າງ​ຕັ້ງ​ແມ່ນ​ໝາກ​ຜົນ​ ແຫ່ງ​ການສູ້​ຊົນ​ໃນ​ເກືອບ​ເຄິ່ງ​ສະ​ຕະ​ວັດ ຂອງ​ທຸກປະ​ເທດ​ອາ​ຊີ​ຕາເວ​ັນ​ອອກ ປະ​ຊາ​ຄົມ​ໄດ້​ຮັບການ​ສ້າງ​ຕັ້ງ ​ດ້ວຍ​ສາມ​ເສົ້າຄ້ຳຄື: ການ​ເມືອງ-ຄວາມ​ສະ​ຫງົບ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ​-ສັງ​ຄົມ ປະ​ກອບ​ສ່ວນ ນຳ​ວິ​ວັດ​ທະ​ນາ​ການ​ການ​ຮ່ວມ​ມື ແລະ ຮ່ວມ​ສຳ​ພັນ​ພາກ​ພື້ນ ​ກ້າວ​ເຂົ້າ​ສູ່​ໄລ​ຍະໃໝ່, ທັງ​​ຕອບ​ສະ​ໜອງ​ຜົນ​ປະ​ໂຫຍດ​ ​ຂອງບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ທັງ​​ສະ​ແດງ​ໃຫ້​ເຫັນ​ບົດ​ບາດສູນ​ກາງ ຂອງ ASEAN ​ໃນ​​ທ່າ​ອ່ຽງ​ການເພີ່ມ​ທະ​ວີການ​ຮ່​ວມ​ມື ແລະ ຮ່ວມ​ສຳ​ພັນ ຢູ່​ພາກ​ພື້ນ. ວຽກ​ງານ​ສ້າງປະຊາຄົມ ASEAN ແມ່ນ​ວິ​ວັດ​ທະ​ນາ​ການ​ຕໍ່​ເນື່ອງ ແລະ ຍາວ​ນານ. ​ດ້ວຍຄວາມ​ຮັບ​ຮູ້​ແນວນັ້ນ, ບັນ​ດາ​ປະ​ເທດ ASEAN ໄດ້​ວາງວິ​ໄສ​ທັດ 2025 ​ເພື່ອແນ​ໃສ່​ນຳສະ​ມາ​ຄົມ​ ຕິດ​ພັນ​ດ້ານ​ການ​ເມືອງ, ເຊື່ອມ​ໂຍງ​​ດ້ານເສດ​ຖະ​ກິດ ແລະ ມີ​ຄວາ​ມ​ຮັບ​ຜິດ​ຊອບ​ຕໍ່ສັງ​ຄົມ.

ຂ່າວ/ບົດ​ອື່ນ