ການພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ -ຈີນ ຄັ້ງທີ 4 ປີ 2017

(VOVWORLD) - ໃນຂອບເຂດການພົວພັນແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 4 ປີ 2017, ວັນທີ 27 ກັນຍາ, ຄະນະຜູ້ແທນກອງທັບປະຊາຊົນ ຫວຽດນາມ ໄດ້ດຳເນີນບັນດາການເຄື່ອນໄຫວພົບປະແລກປ່ຽນຢູ່ແຂວງ ຢຽນໜານ, ປະເທດ ຈີນ. 

ການພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ -ຈີນ ຄັ້ງທີ 4 ປີ 2017 - ảnh 1 ການສະແດງສິລະປະທີ່ການໂອ້ລົມສົນທະນາໃນຂອບເຂດງານພົບປະແລກປ່ຽນ

(ພາບ: tienphong.vn)

ນະທີ່ນີ້, ທ້ານພົນເອກ ໂງຊວນລີກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກກອງທັບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ພົນໂທ ຟານຈ໋າງຫຼົງ, ກຳມະການກົມການເມືອງ, ຮອງປະທານຄະນະພັກການທະຫານສູນກາງ ຈີນ ໄດ້ດຳເນີນການເຈລະຈາ. 2 ຝ່າຍຖືວ່າ, ເຫດການພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ຈີນ ແມ່ນເຫດການມີຄຸນຄ່າອັນໃຫຍ່ຫຼວງກ່ຽວກັບດ້ານຈິດໃຈຕໍ່ກອງທັບ, ປະຊາຊົນແຂວງ ລາຍເຈົາ ແລະ ແຂວງ ຢຽນໜານ; ຊ່ວຍໃຫ້ປະຊາຊົນ, ກອງທັບ 2 ປະເທດມີຄວາມເຂົ້າໃຈກັນ ແລະ ຄວາມສະໜິດຕິດພັນກ່ວາ, ເຊື່ອໝັ້ນຕໍ່ສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເຂດຊາຍແດນ, ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ຈີນ.

        ເມື່ອຕອບສຳພາດຕໍ່ນັກຂ່າວ VOV ກ່ຽວກັບໝາກຜົນຂອງການພົບປະແລກປ່ຽນ ມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 4 ປີ 2017, ພົນໂທ ຫງວຽນຈີ໋ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຢືນຢັນວ່າເຫດການໄດ້ປະສົບຜົນສຳເລັດຢ່າງຈົບງາມ:

        “ຜົນກະທົບໂດຍກົງຂອງເຫດການແມ່ນເຮັດໃຫ້ເຂດຊາຍແດນສະຫງົບງຽບ, ເຮັດໃຫ້ກຳລັງຢູ່ 2 ເຂດຊາຍແດນ ມີການພົວພັນອັນດີງາມກ່ວາເພື່ອພ້ອມກັນແກ້ໄຂບັນດາບັນຫາພື້ນຖານຂອງກຳລັງປ້ອງກັນຊາຍແດນ. ນີ້ແມ່ນການປົກປັກຮັກສາອະທິປະໄຕຜືນແຜ່ນດິນຂອງແຕ່ລະຝ່າຍ, ປົກປ້ອງຄວາມໝັ້ນຄົງ, ກົດໝາຍຂອງຊາຍແດນ, ບັນດາການເຄື່ອນໄຫວຊ່ວຍເຫຼືອປະຊາຊົນ. ບັນດາການເຄື່ອນໄຫວແທດຈິງຄືແນວນີ້, ພິເສດແມ່ນການເຄື່ອນໄຫວປ້ອງກັນປະເທດ, ເຮັດໃຫ້ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ສອງພັກ, ກອງທັບ 2 ປະເທດ.”

ຕອບກັບ

ຂ່າວ/ບົດ​ອື່ນ