ການພົບປະແລກປ່ຽນລະຫວ່າງນັກຮົບເກົ່າ ຫວຽດນາມ ແລະ ຊາວຫວຽດນາມອາໄສຢູ່ ລາວ.

ການພົບປະແລກປ່ຽນລະຫວ່າງນັກຮົບເກົ່າ ຫວຽດນາມ ແລະ  ຊາວຫວຽດນາມອາໄສຢູ່  ລາວ. - ảnh 1
ຄະນະນັກຮົບເກົ່າ ຫວຽດນາມ ຢູ່ ແຂວງຊຽງຂວາງ
ພາບ: internet

(vovworld) - ຕອນ​ຄ່ຳ​ວັນ​ທີ 1/4 ຢູ່ ນະຄອນຫລວງ ວຽງ​ຈັນ, ມີນັກຮົບ​ເກົ່າ 48 ຄົນ​ແມ່ນ​ຂຶ້ນ​ກັບ​ກອງພັນ​ໃຫຍ່ ​ປົດ​ປ່ອຍ ຊຽງ​ຂວາງ ​ໄດ້​ມີ​ການ​ພົບ​ປະ​ແລ​ກປ່ຽນ​ກັບ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ ຢູ່​ຊຽງ​ຂວາງ. ການ​ພົບ​ປະ​ແລກປ່ຽນ​ໄດ້​ດຳ​ເນີ​ນ​ໄປ​ໃນ​ບັນຍາກາດ​ຟົດ​ຟື້ນ ​ຖານ​ນ້ຳ​ໃຈ​ມິດຕະພາບ ຫວຽດນາມ ລາວ ລະຫວ່າງ​ບັນດາ​ນັກຮົບ​ທີ່​ເຄີຍ​ຕໍ່ສູ້​ປົດ​ປ່ອຍ​ແຂວງ ຊຽງ​ຂວາງ ກ່ອນ​ນີ້ 40 ປີ ​ແລະ ປະຊາຊົນ​ຜູ້​ທີ່​​ເຂົ້າ​ຮ່ວມ​ການ​ຕໍ່ຕ້ານ. ນັກຮົບ​ເກົ່າ, ພັນ​ເອກ Vu Van Luat ​ເວົ້າ​ວ່າ:

        “ປີ​ນີ້ ຂ້າພະ​ເຈົ້າ​ມີ ອາຍຸ 83 ປີ​ແລ້ວ,​ ສຸຂະພາບ​ກໍ​ບໍ່​ດີ​ປານ​ໃດ,​ ກ່ອນ​ເດີນທາງ​ມາ​ຢ້ຽມຢາມ ຊຽງ​ຂວາງ ຄອບຄົວ​ຍາດຕິ​ພີ່ນ້ອງ​ກໍ​ເປັນ​ຫ່ວງ​ເປັນ​ໄຍຕໍ່​ຂ້າພະ​ເຈົ້າ​ຫລາຍ ​ແຕ່​ຂ້າພະ​ເຈົ້າ​ຄິດ​ຮອດ​ຄິດ​ເຖິງ​ສະຫນາມຮົບ​ໃນ​ເມື່ອ​ກ່ອນ ​ແລະ ຢາກ​ພົບ​ປະ​ກັບ​ພໍ່​ແມ່​ປະຊາຊົນ​ລາວບັນດາ​ເຜົ່າ​ ສະ​ນັ້ນ ຈຶ່ງ​ຕັດສິນ​ໃຈ​ຮ່ວມ​ເດີນທາງ​ພ້ອມ​ກັບ​ຄະນະ. ​ເມື່ອ​ມາ​​ແຫ່ງນີ້​ເຫັນ​ວ່າ ອຳນາດ​ການ​ປົກຄອງ, ປະຊາຊົນ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ສະຫນິດ​ສະໜົມ ​ແລະ ​ຮູ້ສຶກສຸຂະພາບ​ຂອງ​ຕົນ​ດີ​ຂຶ້ນກວ່າ​ເກົ່າ. ”

ການ​ຢ້ຽມຢາມ​ສະຫນາມຮົບ​ເກົ່າ​​ໃນ​ເມື່ອ​ກ່ອນ ​ແລະ ​ພົບ​ປະ​ແລກປ່ຽນ​ກັບ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ລາວ ຂອງ​ຄະນະ​ນັກຮົບ​ເກົ່າ​ຫວຽດນາມ ​ແມ່ນ​ການ​ເຄື່ອ​ນ​ໄຫວ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ປີ​ແຫ່ງ​ນ້ຳ​ໃຈ​ສາມັກ​ຄີ​ມິດຕະພາບ ຫວຽດນາມ ລາວ.

ຂ່າວ/ບົດ​ອື່ນ