ການພົວພັນຕ່າງປະເທດລະຫວ່າງຍີ່ປຸ່ນ ແລະ ສ ເກົາຫຼີນັບມື້ນັບເຄັ່ງຕຶງ

ການພົວພັນຕ່າງປະເທດລະຫວ່າງຍີ່ປຸ່ນ ແລະ ສ ເກົາຫຼີນັບມື້ນັບເຄັ່ງຕຶງ - ảnh 1
( ພາບຈາກອີນເຕີແນດ )

(vovworld) - ວັນ​ທີ 23/8, ຫົວໜ້າຫ້ອງ​ວ່າການ​ລັດຖະບານ​ຍີ່ປຸ່ນທ່ານ Osamu Fujimura ​ໄດ້​ຖະ​ແຫຼ​ງວ່າ ​ເລື່ອງລັດຖະບານ ສ​ເກົາຫຼີ​ ຕົກລົງ​ມອບ​ຄືນ​ໃຫ້​ຍີ່ປຸ່ນ​ຈົດໝາຍ​ຂອງ​ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshiko Noda ທີ່​ມອບ​ໃຫ້​ປະທານາທິບໍດີ ສ​ເກົາຫຼີ Lee Myung Bak ນັ້ນ​ແມ່ນ “​​ແມ່ນ​ສິ່ງ​ບໍ່​ເຄີຍ​ມີ​ມາ​ກ່ອນໃນ​ພິທີການ​ທູດ“. ຄຳ​ຖະ​ແຫຼ​ງດັ່ງກ່າວ​ຖືກ​ຍົກ​ອອກ​ມາ ພາຍຫຼັງ​ທີ່​ກະຊວງ​ການ​ຕ່າງປະ​ເທດ ສ​ເກົາຫຼີ ​ໃຫ້​ຮູ້​ວ່າ ​ເຊີ​ອູ​ນ ມອບ​ຄືນ​ໃຫ້​ໂຕ​ກຽວ ຈົດໝາຍ​ຂອງ​ທ່ານ Noda ດ້ວຍ​ເນື້ອ​ໃນ​ສະ​ແດງ​ຄວາ​ມເສຍດາຍ​ຕໍ່​ການ​ຢ້ຽມຢາມ​ເມື່ອ​ວັນ​ທີ 10/8 ຂອງ​ທ່ານ Lee Myung Bak ​ເຖິງ​ໝູ່​ເກາະ​ທີ່​ມີ​ການ​ພິພາດ​ກັນ​ຢູ່​ທະ​ເລ ​ເຊິ່ງ ສ​ເກົາຫຼີ ​ເອີ້ນ​ວ່າ Dordo ​ແລະ ຍີ່ປຸ່ນ ​ເອີ້ນ​ວ່າ Takeshima, ກໍ່​ຄື​ບັນດາ​ຄວາມ​ເຫັນ​ຂອງ​ການ​ນຳ​ເຊີ​ອູ​ນ ທີ່​ກ່ຽວຂ້ອງ​ເຖິງ ພະ​ເຈົ້າ​ຈັກກະພັດ Akihito. ສ່ວນ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ສ​ເກົາຫຼີ Tai Young ຖະ​ແຫຼ​ງວ່າ​ເລື່ອງ ​ເຊ​ອູ​ນ ມອບ​ຄືນ​​ໃຫ້​​ໂຕ​ກຽວ ຈົດໝາຍ​ຂອງ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ​ນັ້ນ​ແມ່ນ​ວຽກ​ງານ​ທຳ​ມະ​ດາ. ຄຳ​ຖະ​ແຫຼ​ງຂອງ​ການ​ນຳ​ເຊີ​ອູ​ນ ທີ່​ຍົກ​ອອກ​ມາ​ໃນ​ສັບປະດາ​ກ່ອນ ​ໄດ້​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຮ້າຍ​ແຮງ​ຍິ່ງ​ຂຶ້ນ

ຂ່າວ/ບົດ​ອື່ນ