ການພົວພັນມິດຕະພາບ, ຄູ່ຮ່ວມມືຍຸດທະສາດຫວຽດນາມ - ສ.ເກົາຫຼີ ນັບມື້ນັບເພີ່ມຄວາມໄວ້ເນື້ອເຊື່ອໃຈ ແລະ ແໜ້ນແຟ

ການພົວພັນມິດຕະພາບ, ຄູ່ຮ່ວມມືຍຸດທະສາດຫວຽດນາມ - ສ.ເກົາຫຼີ ນັບມື້ນັບເພີ່ມຄວາມໄວ້ເນື້ອເຊື່ອໃຈ ແລະ ແໜ້ນແຟ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​
ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ)


(vovworld) – ​​ຕໍ່ໜ້າ​ການ​​ໄປຢ້ຽມຢາມທາງ​ລັດຖະກິດ​​​ເຖິງ​ສ.​ເກົາຫຼີ, ​ໃນ​ລະຫວ່າງ​ວັນ​ທີ 01 – 04/10, ​ເມື່ອ​ຕອບ​ສຳພາດ​ຕໍ່​ສຳນັກ​ຂ່າວສານ Yonnhap ຂອງ​ສ.​ເກົາຫຼີ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ຢືນຢັນ​ວ່າ: ການ​ພົວພັນລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ ​ໄດ້​ພັດທະນາດີ​ພໍ​ສົນ​ຄວນ​ໃນ​ຫຼາຍ​ຂົງ​ເຂດ. ກ່ຽວ​ກັບ​ດ້ານ​ເສດ​ດຖະກິດ, ສ.​ເກົາຫຼີ ​ໄດ້​ກາຍ​ເປັນ​ນັກ​ລົງທຶນ​ຢືນ​ອັນ​ດັບ 2, ​ແມ່ນ​ຄູ່​ຮ່ວມມື​ການ​ຄ້​າ​ໃຫຍ່​ອັນ​ດັບ 3 ຂອງ​ຫວຽດນາມ; ການ​​ຊ່ວຍ​ເຫຼືອພັດທະ​ນາ​ຂອງ​ສ.​ເກົາຫຼີ ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ວິວັດ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ; ມີ​ວິ​ສາ​ຫະກິດສ.​ເກົາຫຼີ ຫຼາຍ​ແຫ່ງ​ພວມ​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ຫວຽດນາມ. ການ​ພົບ​ປະ​ແລກປ່ຽນ​ປະຊາຊົນລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ເປີດ​ກວ້າງ, ​ແຕ່ລະ​ປີມີ​ປະຊາຊົນ 2 ປະ​ເທດ​ເກືອບ 1 ລ້ານ​ຄົນ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ… ນ​ີ້​ແມ່ນ​ພື້ນຖານ​ດ້ານ​ສັງຄົມ​ທີ່​ສຳຄັນ​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​​ມິ​ດ​ຕະພາບ ​ແລະ ຮ່ວມ​ມື​ຢ່າງ​ດີງາມ, ໝັ້ນຄົງ​ຍາວ​ນານ​ລະຫວ່າງ 2 ຊາດ​ຫວຽດນາມ - ສ.​ເກົາຫຼີ.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟຸຈ້ອງ ​ເຊື່ອ​ໝັ້ນ​ຕໍ່ການ​ພົວພັນ​ມິດຕະພາບ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ ຈະ​ແມ່ນ​ການ​ພົວພັນ​ດ້ານ​ການ​ເມືອງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ວຍ​ບັນດາ​ການ​ພົບ​ປະ​ແລກປ່ຽນລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ເປັນ​ປະຈຳ, ພ້ອມ​ກັບ​ບັນດາ​ກົນ​​ໄກ​ເຈລະຈາ​ຍຸດ​ທະ​ສາດ ​ແລະ ຮ່ວມ​ມື​ທີ່​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ໃນ​ທຸກ​ຂົງ​ເຂດ.

        ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ ຢືນຢັນ​ວ່າ: ຫວຽດນາມ ຊົມ​ເຊີຍ ​ແລະ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ສ.​ເກົາຫຼີ ເຂົ້າມາລົງທຶນ​​​ຢູ່ ຫວຽດນາມ, ພິ​ເສດ​ແມ່ນ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ​ເຕັກ​ໂນ​ໂລ​ຊີ​ສູງ, ​ເຕັກ​ໂນ​ໂລ​ຊີ​ຂຽວ…

          ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ຖື​ວ່າ: ສັນຍາ​ການ​ຄ້າ​ເສລີລະຫວ່າງ 2 ປະ​ເທດ ​ໄດ້​ຮັບ​ລົງ​ນາມ​ໃນ​ອະນາຄົດ ຈະ​ແມ່ນ​ກາລະ​ໂອກາດ​ໃໝ່​ເພື່ອ​ເຊື່ອມ​ຕໍ່ 2 ພື້ນຖານ​ເສດຖະກິດ, ຍູ້​ແຮ​ງການ​ຮ່ວມ​ມື​ດ້ານ​ເສດຖະກິດ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແມ່ນ​ມາດ​ຕະການ​ສຳຄັນ ປະກອບສ່ວນ​ປະຕິບັດ​ຖະ​ແຫຼງການ​ຮ່ວມ​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ ​ເພື່ອ​ຄວາມ​ວັດ​ຖະນາ​ຖາວອນ​ລວມ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ