ການພົວພັນມິດຕະພາບ ໄດ້ປະກອບສ່ວນອັນສຳຄັນ ໃຫ້ບັນດາຜົນສຳເລັດຂອງ ຫວຽດນາມ, ຈີນ

ການພົວພັນມິດຕະພາບ ໄດ້ປະກອບສ່ວນອັນສຳຄັນ ໃຫ້ບັນດາຜົນສຳເລັດຂອງ ຫວຽດນາມ, ຈີນ - ảnh 1
(ພິທີ​ພົບ​ປະສ້າງສັນ​ເນື່ອງໃນໂອກາດສະ​ເຫຼີມສະຫຼອງ 64 ປີ​
ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ຈິນ)


(vovworld) – “ການ​ພົວພັນ​ມິດຕະພາບ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ໃຫ້​ບັນດາ​ຜົນສຳ​ເລັດ​ຂອງ ຫວຽດນາມ, ຈີນ” ​ນີ້ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຈີນ ຢູ່​ນະຄອນ ​ໂຮ່ຈີ໋ມິນ ​ເຢືອງກວານຮ່າ, ທີ່​ພິທີ​ພົບ​ປະສ້າງສັນ​ເນື່ອງໃນໂອກາດສະ​ເຫຼີມສະຫຼອງ 64 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ຈິນ ( 18/1/1950 -18/1/2014), ​ໃນຕອນ​ຄໍ່າວັນທີ 16/1.

  ທ່ານ ​ເຢືອງກວານ​ຮ່າ ຖື​ວ່າ​ໃນ​ຊຸມ​ປີ​ມໍ່ໆມານີ້, ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ສອງ​ຝ່າຍ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈິນ ​ໄດ້​ຮັບການປັບປຸງ​ຢ່າງ​ຕໍ່​ເນື່ອງ. ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ….​ໄດ້​ມີ​ບາດກ້າວ​ພັດທະນາ​ໃໝ່.

   ສ່ວນທ່ານ ຊາຍ​ວອນ​ຢຸຍ, ຫົວໜ້າກົງສູນໃຫຍ່ແຫ່ງປະເທດ​ ຈີນ ປະຈຳ​ນະຄອນ ​ໂຮ່ຈີ໋ມິນ ຢືນຢັນ​ວ່າ:

      “ ຈີນ ຫວຽດນາມ ລ້ວນ​ແຕ່​ແມ່ນ​ປະ​ເທດ​ສັງຄົ​ມນິຍົມ​ມີ​​ອຸດົມ​ການ ​ແລະ ຄວາມ​ເຊື່ອໝັ້ນຮ່ວມ​ໄດ້​ນຳ​ສອງ​ພັກ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫຍັບ​ມໍ່​ເຂົ້າກັນ. ປະຈຸ​ບັນ, ກິດຈະການ​ກໍ່ສ້າງ​ສັງຄົມ​ນິຍົມ​ຂອງ​ສອງ​ປະ​ເທດ​ລ້ວນ​ແຕ່​ຢືນ​ຢູ່​ຕໍ່ໜ້າກາລະ​ໂອກາດ ​ແລະ ສິ່ງທ້າ​ທາຍ​ຮ່ວມ. ພວກ​ເຮົາ​ຕ້ອງ​ຮັກສາ​ຄວາມ​ເຊື່ອໝັ້ນ​ໃຫ້ໝັ້ນຄົງ, ​ເພີ່ມ​ທະວີ​ການ​ແລກປ່ຽນບົດຮຽນ​ໃນ​ການ​ກໍ່ສ້າງ​ພັກ ​ແລະ ຄຸ້ມ​ຄອງ​ລັດ, ຊ່ວຍ​ເຫຼືອ ​ແລະ ທອດ​ຖອນ​ບົດ​ຮຽນ​ເຊີ່ງ​ກັນ ​ແລະ ກັນ, ​ເປັນ​ສະຫາຍ​ທີ່​ດີ​ຮ່ວມ​ອຸດົ​ມການ​ຕະຫຼອດ​ໄປ.”

   ປີ 2013, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນບັນລຸ​ປະມານ 60 ຕື້ USD. ສອງ​ປະ​ເທດສູ້ຊົນ​ຍົກ​ຕົວ​ເລກ​ນີ້​ໃຫ້​ສູງ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖີງ.

ຂ່າວ/ບົດ​ອື່ນ