ການພົວພັນລະຫວ່າງຈີນ-ອາເມລິກາສືບຕໍ່ເຄັ່ງຕຶງຂຶ້ນຕື່ມ

ການພົວພັນລະຫວ່າງຈີນ-ອາເມລິກາສືບຕໍ່ເຄັ່ງຕຶງຂຶ້ນຕື່ມ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຄວາ​ຊວນ​ຢິງ
(ພາບ: VOA)

​(vovworld) - ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ຢູ່​ປັກ​ກິ​ງ, ​ໃນ​ຕອນ​ບ່າຍ​ວັນ​ທີ 25/05, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຄວາ​ຊວນ​ຢິງ ຖື​ວ່າ, ບັນດາ​ການ​ເຄ່ືອນ​ໄຫວ​ຂອງ​ເຮືອ​ບິນ​ຊອດ​ແນມອາ​ເມ​ລິ​ກາ ​ແມ່ນ “ອັນຕະລາຍທີ່​ສຸດ, ອັນຈະ​ພາ​ໄປ​ເຖິງ​ການ​ເຂົ້າ​ໃຈ​ຜິດ​​ງ່າຍ ​ແລະ ​ເກີດ​ເຫດ​ທາງ​ອາກາດ”. ທ່ານ​ກໍ່ຮຽກ​ຮ້ອງ​​ໃຫ້ອາ​ເມ​ລິ​ກາ ຢຸ​ດຕິ​​ບັນດາ​ການ​ເຄື່ອນ​ໄຫວ​ຊອດ​ແນມ​ທີ່​ຄ້າຍຄື​ກັນ​ໂດຍທັນທີ, ທ່ານ​ນາງ ຄວາ​ຊວນ​ຢິງ ຖື​ວ່າ ຄວາມ​ເສລີ​ທາງ​ອາກາດ ​ແລະ ການ​ເດີນທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໃນປະຈຸ​ບັນ​ແມ່ນ “​ບໍ່​ມີ​ບັນຫາ​ຫຍັງ” ​ແລະ ບັນດາ​ປະ​ເທດ​ລ້ວນ​ແຕ່​ມີ​ຄວາມ​ເສລີ​​ທາງ​ອາກາດ ​ແລະ ​ການເດີນທະ​ເລ​ຢູ່​ທີ່​ນີ້. ​ຝ່າຍ​ຈີນ ກໍ່​ຢືນຢັນ​ວ່າ, ຄວາມ​ເສລີ​ທາງ​ອາກາດ ​ແລະ ການ​ເດີນ​ທະ​ເລ​ບໍ່​ໝາຍ​ຄວາມ​ວ່າ​ເຮືອບິນ ​ແລະ ກຳ່​ປັ່ນ​ສູ້​ຮົບ​ຕ່າງປະ​ເທດ ສາມາດ​ນາບ​ຂູ່​​ເຖິງສິດຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ອື່ນ​ໄດ້.

ຂ່າວ/ບົດ​ອື່ນ