ການພົວພັນລະຫວ່າງຕວກກີ-ໂອຕະລິດສືບຕໍ່ເຄັ່ງຕຶງ

ການພົວພັນລະຫວ່າງຕວກກີ-ໂອຕະລິດສືບຕໍ່ເຄັ່ງຕຶງ - ảnh 1
ສະໜາມບິນ Ataturk ຢູ່ນະຄອນ Istanbul, ຄວກກີ
(ພາບ: AFP/TTXVN)

(vovworld) - ​ເຈົ້າ​ໜ້າ​ທີ່​ຜູ້​ໜຶ່ງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ ຕວກກີ ​ໃຫ້​ຮູ້​ວ່າ, ອານ​ກາຣາ  ​ໄດ້​ຮຽກ​ໂຮມ ອຸປະ​ທູດ​ຊົ່ວຄາວ​ຂອງ ​ໂອ​ຕະລິດ​ມາ​ສຳນັກງານ​ຂອງ​ກະຊວງ, ຍ້ອນ​ກ່ຽວຂ້ອງ​ເຖິງ “ຂ່າວ​ບໍ່ສຸພາບ“ ກ່ຽວ​ກັບປະ​ເທດ​ນີ້​​ຢູ່​ສະໜາມ​ບິນ ວຽນ. ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ ຕວກກີ ​ແລະ ​ເອີ​ລົບ ພວມ​ເຄັ່ງ​ຕຶງ​ພາຍຫຼັງ​ການ​ປາບ​ປາມ​ຂອງ ອານ​ກາຣາ ທີ່​ກ່ຽວຂ້ອງ​ເຖິງ​ກົນອຸບ​າຍກໍ່​ລັດຖະປະຫານ​ບໍ່​ໄດ້​ຮັບ​ຜົນ​ເມື່ອ​ເດືອນ​ກ່ອນ. ວັນ​ທີ 5/8, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຕວກກີ Mevlut Cavusoglu ​ໄດ້​ເອີ້ນ ​ໂອ​ຕະລິດ​ແມ່ນ “ສູນ​ແຫ່ງ​ການ​ຈຳ​ແນ​ກການປະພຶດ​ຕໍ່ຫົວ​ຮຸນ​ແຮງ“, ​ເມື່ອ​ທ່ານ​ຕຳ​ໜິທ່ານ​ນາຍົກລັດຖະມົນຕີ ​ໂອ​ຕະລິດ Christian Kern ​ເຕື້ອງ​ເຖິງ​ເລື່ອງ​ຢຸດຕິ​ການ​ເຈ​ລະ​ຕາ​ເຂົ້າ​ເປັນ​ສະມາຊິກ​ສະຫະພາບ​ເອີ​ລົບ (ອີ​ຢູ) ກັບ ອາກາຣາ. ​ເມື່ອ​ຕອບ​ສຳພາດ​ທາງ​ໂທລະພາບ TGRT Haber, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Cavusoglu ​ໃຫ້​ຮູ້​ວ່າ​ຄຳ​ຮຽກຮ້ອງ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ໂອ​ຕະລິດ ​ແມ່ນ​ຫຍໍ້​ທໍ້ ​ແລະ ທ່ານ​ໄດ້​ປະຕິ​ເສດ​ຂໍ້​ສະ​ເໜີ​ນີ້​ຢ່າງ​ສິ້ນ​ເຊິ​ງ.

 

ຂ່າວ/ບົດ​ອື່ນ