ການພົວພັນຫວຽດນາມ-ໄທພວມສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່

ການພົວພັນຫວຽດນາມ-ໄທພວມສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່ - ảnh 1
ທ່ານ​ຮອງ​ລັດຖະມົນຕີ ຫວູຮົ່ງນາມ

(vovworld) - ​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ການ​ພົວພັນ​ທາງ​ການ​ທູດ​ ຫວຽດນາມ - ​ໄທ (06/08/1976 – 06/08/2016). ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ VOV, ທ່ານ ຫວູຮົ່ງນາມ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າ​ງປະ​ເທດ ຢືນຢັນ​ວ່າ: ພາຍຫລັງ 40ປີ, ​ບໍ່ມີ​ເວລາ​ໃດ​ທີ່​ການ​ພົວພັນ 2 ປະ​ເທດ ຫວຽດນາມ - ​ໄທ​ ​ໃນ​ທຸກ​ຂົງ​ເຂດພັດທະນາຢ່າງ​ຈົບງາມ​ຄື​​ໃນປະຈຸ​ບັນ. ພິ​ເສດ 2 ປະ​ເທດ​ຍັງ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ກົນ​ໄກ​ຮ່ວມ​ມື​ຢູ່​ພາກ​ພື້ນ ​ແລະ ສາກົນ, ພົ້ນ​ເດັ່ນ​​ແມ່ນ​ການ​ຮ່ວມ​ມື​ໃນສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ).

        ຕາມ​ທ່ານ​ຮອງ​ລັດຖະມົນຕີ ຫວູຮົ່ງນາມ ​ແລ້ວ, ຫວຽດນາມ ​ແລະ ​ໄທ ມີ​ສາຍ​ພົວພັນສະ​ເໝີ​ພາບ ​ແລະ ສະໜິດ​ສະໜົມ​ ​ໃນ​ທຸກ​ຂົງ​ເຂດຢ່າງ​ສົມບູນ ​ນັບ​ແຕ່​ດ້ານ​ການ​ເມືອງ, ​ເສດຖະກິດ​ເຖິງ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ. ​ປີ 2013, ການ​ຢ້ຽມຢາມ ​ໄທ ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ນຳ​ການ​ພົວພັນ 2 ປະ​ເທດ ຂຶ້ນ​ບາດກ​້ວາ​ພັດທະນາ​ໃໝ່ ດ້ວຍ​ເລື່ອງ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເປັນ​ທາງ​ການ. 2 ປະ​ເທດ ພວມ​ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ຂຶ້ນ 20 ຕຶ້ USD ​ໃນ​ປີ 2020.

        ​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ຂອງ​ສາຍ​ພົວພັນ ຫວຽດນາມ - ​ໄທ ​ໃນ​ການ​ຮ່ວມ​ມື ອາ​ຊຽນ, ທ່ານ ຫວູຮົ່ງນາມ ຢືນຢັນ​ວ່າ:

        “ ຫວຽດນາມ ​ແລະ ​ໄທ ລ້ວນ​ແຕ່​ແມ່ນ​ພື້ນຖານ​ເສດຖະກິດ​ພວມ​ພັດທະນາ, ພື້ນ​ຖານ​ການ​ເມືອງ​ຂະຫຍັນ​ຂັນ​ເຄື່ອນ. ຖ້າ​ຫາກ​ບວກ​ພົນລະ​ເມືອງຂອງ 2 ປະ​ເທດ​ເຂົ້າ​ນຳ​ກັນ ຈະ​ກວມ​ເອົາ 1/3 ພົນລະ​ເມືອງ​ຂອງ​ປະຊາ​ຄົມ ອາ​ຊຽນ ທັງ​ໝົດ. ຍອດ​ຈຳນວນ GDP ຂອງ 2 ປະ​ເທດ​ກໍ່​ເທົ່າທຽມ 1/3 GDP ຂອງ​ກຸ່ມ ອາ​ຊຽນ. ດັ່ງນັ້ນ ການ​ຮ່ວມ​ມື​ຂອງ 2 ປະ​ເທດມີ​ຜົນ​ສະທ້ອນ​ອັນ​ໃຫຍ່​ຫລວງ ​ເຖິງການ​ຮ່ວມ​ມື, ​ເຊື່ອມ​ຕໍ່​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ຄື: ມຽນມາ, ລາວ, ກຳປູ​ເຈຍ, ຜ່ານ​ນັ້ນ ປະກອບ​ສວ່ນຊຸກຍູ້​ການ​ພັດທະນາ​ຂອງ​ປະຊາ​ຄົມ ອາ​ຊຽນ.”

ຂ່າວ/ບົດ​ອື່ນ