ການພົວພັນແບນຊິກ-ຫວຽດນາມພັດທະນາຢ່າງດີງາມ

(VOVWORLD) -ການພົວພັນລະຫວ່າງລາຊະອານາຈັກແບນຊິກ ແລະ ຫວຽດນາມ ພວມພັດທະນາຢ່າງດີງາມ ແລະ 2 ປະເທດມີຜົນປະໂຫຍດດ້ານເສດຖະກິດຫຼາຍຢ່າງ. ນີ້ແມ່ນຄຳຢືນຢັນຂອງເຈົ້າຊີວິດແບນຊິກ Philippe ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳແບນຊິກ ຫວູກວາງແອງ ເຂົ້າຍື່ນສານແຕ່ງຕັ້ງ, ໃນວັນທີ 23 ເມສາ.

ການພົວພັນແບນຊິກ-ຫວຽດນາມພັດທະນາຢ່າງດີງາມ - ảnh 1

 ເຈົ້າຊີວິດແບນຊິກ Philippe

(ພາບປະກອບ: Getty images)

ເຈົ້າຊີວິດແບນຊິກ Philippe ຖືວ່າ, ຫວຽດນາມ ຄວນເອົາໃຈໃສ່ເຖິງບັນດາຜະລິດຕະພັນການຢາຂອງແບນຊິກ, ເຊິ່ງປະຈຸບັນພວມໄດ້ຮັບການຕີລາຄາສູງຢູ່ເອີລົບ. ນອກນັ້ນ, ທ່ານກໍ່ໃສ່ໃຈວ່າ ພ້ອມກັບບັນດາບຸລິມະສິດຮ່ວມມືທາງດ້ານກະສິກຳ, 2 ປະເທດຄວນເອົາໃຈໃສ່ຮ່ວມມືໃນການປ້ອງກັນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ຍ້ອນນີ້ແມ່ນຂົງເຂດເຊິ່ງແບນຊິກ ມີທ່າແຮງ ແລະ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຖືກຜົນກະທົບຢ່າງຮ້າຍແຮງ.

      ສ່ວນທ່ານເອກອັກຄະລັດຖະທູດ ຫວູກວາງແອງ ຢືນຢັນວ່າ, ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອນຳການພົວພັນລະຫວ່າງຫວຽດນາມ - ແບນຊິກ ໃຫ້ນັບມື້ນັບພັດທະນາຢ່າງດີງາມ, ພິເສດແມ່ນຍົກການພົວພັນ 2 ຝ່າຍໃຫ້ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດໃນບາງຂົງເຂດເສດຖະກິດລະອຽດ ບົນພື້ນຖານບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ