ການພົວພັນແບບເປີດອົກເປີດໃຈລະຫວ່າງລັດເຊຍແລະເອີລົບຕາເວັນຕົກ ຊ່ວຍປັບປຸງຄວາມໝັ້ນຄົງຢູ່ເອີລົບ

ການພົວພັນແບບເປີດອົກເປີດໃຈລະຫວ່າງລັດເຊຍແລະເອີລົບຕາເວັນຕົກ ຊ່ວຍປັບປຸງຄວາມໝັ້ນຄົງຢູ່ເອີລົບ - ảnh 1
ທ່ານ Valery Gerasimov ເສ​ນາ​ທິ​ການ​ໃຫຍ່
​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ລັດ​ເຊຍ
(ພາບ​ອິນ​ເຕີ​ແນັດ)



(vovworld) - ວັນ​ທີ 26/04 ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ກ່ຽວ​ກັບ​ຄວາມ​​ໝັ້ນ​ຄົງ​ສາ​ກົນ​ຄັ້ງ​ທີ 6 ຢູ່ ມົດ​ສະ​ກູ ດ້ວຍ​ຫົວ​ຂໍ້​ວ່າ “ຄວາມ​ໝັ້ນຄົງຢູ່ ເອີ​ລົບ: ແງ່​ຫວັງ ແລະ ທ່າ​ອ່ຽງ”, ທ່ານ Valery Gerasimov ເສ​ນາ​ທິ​ການ​ໃຫຍ່​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ລັດ​ເຊຍ ຖື​ວ່າ: ການ​ພົວ​ພັນ​ແບບ​ເປີດອົກ​ເປີດ​ໃຈ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ ລັດ​ເຊຍ ແລະ ຝ່າຍ​ຕາ​ເວັນ​ຕົກ ແມ່ນຊ່ວຍ​ປັບ​ປຸງຄວາມ​ໝັ້ນ​ຄົງ​ຢູ່ ເອີ​ລົບ. ທ່ານ Gerasimov ເນັ້ນ​ໜັກ​ວ່າ ຝ່າຍ​ຕາ​ເວັນ​ຕົກ ແລະ ລັດ​ເຊຍ ເລີ່ມ​​ເຂົ້າ​ໃຈ​ບັນ​ດາ​ຜົນ​ປະ​ໂຫຍດ ແລະ ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ກັນ. 2 ຝ່າຍ​ພວມ​ສ້າງ​ຕັ້ງ​ຊ່ອງເຈ​ລະ​ຈາ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຄ່ອຍໆ​ໄດ້​ຮັບ​ການ​ປັບ​ປຸງ, ການ​ພົວ​ພັນ​ແບບ​ເປີດອົກ​ເປີດ​ໃຈ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດພວມກ້າ​ວ​ເຂົ້າ​ສູ່​ຂອບ​ເຂດ. ບັນ​ດາ​ນັກ​ກາ​ນ​ເມືອງ​ເອີ​ລົບໄດ້​ປະ​ລະ​ການ​ຈັດ​ວາງ​ບັນ​ດາ​ເງື່ອນ​ໄຂ​ຂອງ​ຕົນ ໃນ​ການ​ສ້າງ​ສາຍ​ພົວ​ພັນ​ກັ​ບ ລັດ​ເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ