ການພົວພັນແລກປ່ຽນສີລະປະທະຫານກັບລະດູບານໃໝ່ປີ 2017 ຢູ່ ກົນດ໋າວ

ການພົວພັນແລກປ່ຽນສີລະປະທະຫານກັບລະດູບານໃໝ່ປີ 2017 ຢູ່ ກົນດ໋າວ - ảnh 1
ລາຍ​ການ​ພົວ​ພັນ​ແລ​ກ​ປ່ຽນ​ສີ​ລະ​ປະກັບ​ທະ​ຫານລະ​ດູ​ບານ​ໃໝ່​ຂອງ​ປີ 2017

(vovworld) - ຕອນ​ຄ​່ຳ​ວັນ​ທີ 15/1 (ກົງ​ກັບ​ວັນ​ທີ 18 ເດືອນ 12 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ), ຢູ່​ເມືອງ ກົນ​ດ໋າວ, ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 7 ໄດ້​ສົມ​ທົບ​ກັບ​ແຂວງ ບ່າ​ເຣ້ຍ ຫວູງ​ເຕົາ ຈັດ​ຕັ້ງ​ລາຍ​ການ​ພົວ​ພັນ​ແລ​ກ​ປ່ຽນ​ສີ​ລະ​ປະກັບ​ທະ​ຫານລະ​ດູ​ບານ​ໃໝ່​ຂອງ​ປີ 2017. ທ່ານ ດິງ​ລາ​ທັງ, ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ເຂົ້າ​ຮ່ວມ​ລາຍ​ການ.

        ລາຍ​ການ​​ສະ​ແດງ​ສີ​ລະ​ປະ​ນີ້ ໄດ້ຍ້ອງ​ຍໍ​ສັນ​ລະ​ເສີນ​ຄວາມ​ຮັກ​​ຕໍ່ບ້ານ​ເກີ​ດ​ເມືອງນອນ, ປະ​ເທດ​ຊາດ, ທະ​ເລ​ໝູ່​ເກາະ ຫວຽດ​ນາມ, ຍ້ອງ​ຍໍ​ພັກ, ປະ​ເທດ​ໂຮ່​ຈີ​ມິນ, ໃນ​ລາຍ​ການ​ສະ​ແດງ, ຜູ້​ເຂົ້າ​ຊົມ​ໄດ້​​ພົບ​ປະ​ແລກ​ປ່ຽນ​ກັບ​ການນ​ຳ​ທະ​ຫານ​ເຂດ 7, ບັນ​ດາ​ອະ​ດີດ​ນັກ​ໂທດ​ທີ່ເຄີຍ​ຖືກ​ຈຳ​​ຄຸກ​ຢູ່​ກົນ​ດ໋າວ ເພື່ອ​ມີ​ຄວາມ​ເຂົ້າ​ໃ​ຈ​ຕື່ມ​ອີກ​​ຕໍ່ການ​ເສຍ​ສະຫຼະ, ຄວາມ​ເສຍ​ຫາຍ, ເຈດ​ຈຳ​ນ​ົງ​ອົງ​ອ​າດ​ກະ​ແກ່ນ, ບໍ່​ຍອມ​ຈຳ​ນົນ​ຂອງ​ລຸ​້​ນ​ພໍ່​ຕໍ່​ລຸ້ນ​ອ້າຍ​ໃນ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ໃຫ້​ແກ່​ປະ​ເທດ​ຊາດ.

        ຄະ​ນະ​ຈັດ​ຕັ້ງ​ໄດ້​ມອບ​ຂອງ​ຂວັນ​ທີ່​ມີ​ມູນ​ຄ່າ​ໃຫ້​ບັນ​ດາ​ພະ​ນັກ​ງານ​ນັກ​ຮົບກຳ​ລັງ​ປ​ະ​ກອບ​ອາ​ວຸດ​ໃນ​ບໍ​ລິ​ເວນ​ເມືອງ ກົນ​ດ໋າວ, ບັນ​ດາ​ຄອບ​ຄົວ​ອະ​ດິດ​ນັກ​ໂທດ ກົນ​ດ໋າວ, ທະ​ຫານ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.


ຂ່າວ/ບົດ​ອື່ນ