ການຟື້ນຟູຄຳສັ່ງຢຸດຍິງຢູ່ຊີຣີແມ່ນຂຶ້ນກັບທຸກໆຝ່າຍ

ການຟື້ນຟູຄຳສັ່ງຢຸດຍິງຢູ່ຊີຣີແມ່ນຂຶ້ນກັບທຸກໆຝ່າຍ - ảnh 1
ທ່ານ Sergei Lavrov, ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ

(vovworld) - ກ່າວ​ຄຳ​ເຫັນ​ໃນ​ລາຍ​ການ​ຂ່າວ​ໃນ​ຊ່ອງ​ໂທ​ລະ​ພາ​ບ​ລັດ​ເຊຍ ເມື່ອ​ວັນ​ທີ 24/9, ທ່ານ Sergei Lavrov, ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ຖື​ວ່າ: ເລື່ອງຟື້ນ​ຟູ​ຄ​ຳ​ສັ່ງ​ຢຸດ​ຍິງຢູ່​ຊີ​ຣີ ​ແມ່ນ​ຂຶ້ນ​ກັບທຸກໆ​ຝ່າຍ​ຫາກບໍ່​​ພຽງ​ແຕ່ຄວາມ​ປະ​ນິ​ປະ​ນອມ​ພຽງ​ລຳ​ພັງ​ຝ່າຍດ​ຽ​ວ​ຂອງ​ລັດ​ເຊຍ. ເມື່ອ​ຕອບ​ສຳ​ພາດ​ໃນ​ລາຍ​ການ “ໂອ້​ລົມ​ສົນ​ທະ​ນາ​ໃນ​ວັນ​ເສົາ”, ທ່ານ ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ Sergei Lavrov ເນັ້ນ​ໜັກ​ວ່າ: “ອາດ​ສາ​ມາດ​ເວົ້າ​ເຖິງ​ການ​ຟື້ນ​ຟູ​ຄຳ​ສັ່ງ​ຢຸດ​ຍິງ​ບົນ​ພື້ນ​ຖານ​ລວມ​ໝູ່​ເທົ່າ​ນັ້ນ”. ວັນ​ທີ 9/9 ຜ່ານ​ມາ, ລັ​ດ​ເຊຍ ແລະ ອາ​ເມ​ລິ​ກາ ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ຂໍ​້​ຕົກ​ລົງ​ເພື່ອ​ແນ​ໃສ່​ນ​ຳ​ວິ​ວັດ​ທະ​ນາ​ການ​ສັນ​ຕິ​ພາບ​ຢູ່ ຊ​ີ​ຣີ ໄປ​ຖືກ​ທິດ. ຕາມນັ້ນ​ແລ້ວ, ​ການຢຸດ​ຍິງ​ໃນ​ທົ່ວ​ປະ​ເທດ, ​ແມ່ນສ້າງ​ຄວາມ​ສະ​ດວກ​ສ​ຳ​ພັດ​ກັບ​ການ​ໜູ​ນ​ຊ່ວຍ​ມະ​ນຸດ​ສະ​ທຳ ແລະ ຄວາມ​ສາ​ມາດ​ດຳ​ເນີນ​ບັນ​ດາບັ້​ນ​ຮົບ​ດ​້ານ​ກາ​ນ​ທະ​ຫານ​ຮ່ວມ​ຕ້ານ​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ກໍ່​ຄື​ສາ​ຂາ Al Qaeda ຢູ່​ຊ​ີ​ຣີ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຄຳ​ສັ່ງ​ຢຸດ​ຍິງ​ຖືກ​ປະ​ລາ​ໄຊ​ພາຍຫຼັງ​ອາ​ທິດ​ໜຶ່ງ, ເມື່ອ​ຂະ​ບວນ​ລົດ​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ​ຖືກ​ບຸກ​ໂຈມ​ຕີ​ໃນ​ວັນ​ທີ 19/9, ເຮັດ​ໃຫ້ 20 ຄົນ​ເສຍ​ຊີ​ວິດ.


ຂ່າວ/ບົດ​ອື່ນ