ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງໃຫ້ເຫັນຄວາມ ຮັບຜິດຊອບຂອງຫວຽດນາມສໍາລັບບັນດາບັນຫາລວມ

(VOVWORLD) -“ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງໃຫ້ເຫັນຄວາມ ຮັບຜິດຊອບຂອງຫວຽດນາມສໍາລັບບັນດາບັນຫາລວມ”. 
ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງໃຫ້ເຫັນຄວາມ ຮັບຜິດຊອບຂອງຫວຽດນາມສໍາລັບບັນດາບັນຫາລວມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນ ກ່າວຄໍາເຫັນທີ່ເວທີປາໄສວິສາຫະກິດ ອາຊີ-ເອີິຣົບ ຄັ້ງທີ 16 (ພາບ:TTXVN)

ນີ້ແມ່ນຄໍາຢັ້ງຢືນຂອງທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ກ່ຽວກັບ ບັນດາໝາກຜົນຂອງການຢ້ຽມຢາມ ໂອຕາລິດ, ແບນຊິກ,  ແດນມາກ, ສະຫະພາບເອີຣົບ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ເຂົ້າຮ່ວມກອງປະຊຸມ ສຸດຍອດ ASEM 12 ແລະ ກອງປະຊຸມສຸດຍອດຄູ່ຮ່ວມມື ເພື່ອການເຕີບໂຕຂຽວ ແລະ ບັນດາເປົ້າໝາຍທົ່ວໂລກ ຮອດປີ 2030 (P4G).

        ຕາມທ່ານ ບຸ່ຍແທັງເຊີນ ແລ້ວ, ແຕ່ວັນທີ 14 – 20 ຕຸລາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີບົດກ່າວປາໄສ 70 ບົດ ທີ່ 50 ບັ້ນການເຄື່ອນໄຫວ ແລະ ບັນດາລຸໄດ້ໝາກຜົນຫຼາຍຢ່າງ. ໃນນັ້ນ, ມີເລື່ອງ ອີຢູ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການແກ້ໄຂບັນດາບັນຫາ ກ່ຽວຂ້ອງເຖິງການຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກໍານົດ ແລະ ມຸ່ງໄປເຖິງ ການລົບລ້າງບັດເຫຼືອງໃນການຂຸດຄົ້ນສິນທະເລໃຫ້ແກ່ຫວຽດນາມ. ອີກເນື້ອໃນໜຶ່ງທີ່ພົ້ນເດັ່ນ ໃນຕະຫຼອດບັນດາການເຄື່ອນໄຫວ ນັ້ນແມ່ນ ເລື່ອງ ອີຢູ ແລະ ຫວຽດນາມ ພ້ອມກັນມານະພະຍາຍາມຊຸກຍູ້ການລົງນາມ, ໃຫ້ສັດຕະຍາບັນ ແລະ ປະຕິບັດສັນຍາ ການຄ້າເສລີ ລະຫວ່າງ ຫວຽດນາມ - ອີຢູ (EVFTA) ແລະ ສັນຍາປົກປ້ອງການລົງທຶນ (IPA) ໂດຍໄວ, ຫັນບັນດາກາລະໂອກາດໃຫຍ່ ເຊິ່ງສັນຍາດັ່ງກ່າວນໍາມາໃຫ້ທັງສອງຝ່າຍ ໃຫ້ປະກົດຜົນເປັນ ຈິງ.

        ເລື່ອງຫວຽດນາມ ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ ແລະ ມີຂໍ້ສະເໜີແນະ, ຂໍ້ລິເລີ່ມ ຕ່າງໆ ເຊິ່ງໄດ້ຮັບການສະໜັບສະໜູນທີ່ບັນດາເວທີປາໄສຫຼາຍຝ່າຍ ຄື ASEM 12 ແລະ P4G ຜ່ານມານັ້ນ ໄດ້ປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ບັນດາຜົນປະໂຫຍດ, ຄວາມເອົາໃຈໃສ່ກ່ຽວກັບການພັດທະນາ ແລະ ຄວາມໝັ້ນຄົງ ກໍຄືຍົກສູງທີ່ຕັ້ງບົດບາດ ຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ