ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປະກອບສ່ວນແທດຈິງໃນການພົວພັນສັງລວມ ຫວຽດນາມ - ຈີນ

(VOVWORLD) - ກ່ຽວກັບຄວາມໝາຍຂອງການຢ້ຽມຢາມສຳລັບການພົວພັນສັງລວມຂອງສອງປະເທດ, ທ່ານຮອງລັດຖະມົນຕີ ຜູ້ປະຈຳການ ຫງວຽນມິງຫວູ ໃຫ້ຮູ້ວ່າ: ອີກເທື່ອໜຶ່ງ, ການຢ້ຽມຢາມໄດ້ສະແດງຈະແຈ້ງສານກ່ຽວກັບແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ຖືການພົວພັນກັບປະເທດບ້ານໃກ້ເຮືອນຄຽງກັບ ຈີນ ເປັນສຳຄັນ.
ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປະກອບສ່ວນແທດຈິງໃນການພົວພັນສັງລວມ ຫວຽດນາມ - ຈີນ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ
(ພາບ: VOV)

ຕອນບ່າຍວັນທີ 12 ເມສາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານ ຈ້າວເລີ້ຈີ້, ປະທານຄະນະກຳມະການປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ຢ່າງຈົບງາມ. ເນື່ອງໃນໂອກາດນີ້, ທ່ານ ຫງວຽນມິງຫວູ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕອບສຳພາດນັກຂ່າວຕິດຕາມຄະນະກ່ຽວກັບໝາກຜົນຂອງການຢ້ຽມຢາມຄັ້ງນີ້.

      ກ່ຽວກັບຄວາມໝາຍຂອງການຢ້ຽມຢາມສຳລັບການພົວພັນສັງລວມຂອງສອງປະເທດ, ທ່ານຮອງລັດຖະມົນຕີ ຜູ້ປະຈຳການ ຫງວຽນມິງຫວູ ໃຫ້ຮູ້ວ່າ: ອີກເທື່ອໜຶ່ງ, ການຢ້ຽມຢາມໄດ້ສະແດງຈະແຈ້ງສານກ່ຽວກັບແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ຖືການພົວພັນກັບປະເທດບ້ານໃກ້ເຮືອນຄຽງກັບ ຈີນ ເປັນສຳຄັນ. ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດເທົ່ານັ້ນ ຫາກຍັງສຳລັບການພົວພັນສັງລວມຂອງສອງພັກ, ສອງລັດໃນຫຼາຍຂົງເຂດ, ຈາກການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືແທດຈິງ, ພິເສດແມ່ນດ້ານເສດຖະກິດ - ການຄ້າ, ການລົງທຶນ, ການເຊື່ອມຕໍ່ທາງຄົມມະນາຄົມ, ສົມທົບຫຼາຍຝ່າຍ, ພົວພັນແລກປ່ຽນປະຊາຊົນ, ຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນບົນທະເລອີກດ້ວຍ.

      ຕາມທ່ານຮອງລັດຖະມົນຕີຜູ້ປະຈຳການ ກະຊວງການຕ່າງປະເທດ ຫງວຽນມິງຫວູ ແລ້ວ, ດ້ວຍບັນດາໝາກຜົນອຸດົມສົມບຸນ, ແທດຈິງ, ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄປຍັງ ຈີນ ສືບຕໍ່ແມ່ນບາດກ້າວເດີນໃໝ່ໃນການພົວພັນສອງປະເທດ,  ສະແດງການປະກອບສ່ວນສຳຄັນ, ແທດຈິງຂອງອົງການນິຕິບັນຍັດສຳລັບການພັດທະນາສັງລວມຂອງການພົວພັນລະຫວ່າງສອງພັກ, ສອງປະເທດ ຫວຽດນາມ - ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ