ການຢ້ຽມຢາມຫວຽດນາມຂອງເຈົ້າຈັກກະພັດ ແລະ ພະມະເຫສີຍີປຸ່ນ

ການຢ້ຽມຢາມຫວຽດນາມຂອງເຈົ້າຈັກກະພັດ   ແລະ ພະມະເຫສີຍີປຸ່ນ - ảnh 1
ເຈົ້າ​ຈັກ​ກະ​ພັດ Akihito  ແລະ ພະ​ມະ​ເຫ​ສີ​ຍີ​ປຸ່ນ


(vovworld)- ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ເຈົ້າ​ຈັກ​ກະ​ພັດ Akihito  ແລະ ພະ​ມະ​ເຫ​ສີ​ຍີ​ປຸ່ນ ໄດ້​ເລີ່ມ​ຂຶ້ນ​ນັບ​ແຕ່​ວັນ​ທີ 28/2. ເນື່ອງ​ໃນ​ໂອ​ກາດນີ້, ນັກ​ຂ່າວ​ຂ່າວ​ສານ​ຫວຽດ​ນາມ​ປະ​ຈຳ​ຍ​ີ​ປຸ່ນ ໄດ້​ສຳ​ພາດ​ທ່ານ Hatsuhisa Takashima ເລ​ຂາ​ການ​ຂ່າ​ວ​ຂອງ​ເຈົ້າ​ຈັກ​ກະ​ພັດຍີ​ປຸ່ນ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ຢ້ຽມ​ຢາມ​ທີ່​ມີ​ຕໍ່​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອລະ​ຫວ່າງ​ຫວຽດ​ນາມ-ຍີ​ປຸ່ນ. ​ທ່ານ Hatsuhisa Takashima ຕີ​ລາ​ຄາ​ການ​ຢ້ຽມ​ຢາມ ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ເຈົ້າ​ຈັກ​ກະ​ພັດ Akihito  ແລະ ພະ​ມະ​ເຫ​ສີ​ຍີ​ປຸ່ນ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ການ​ພົວ​ພັນ 2 ຝ່າຍ. ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບການ​ພົວ​ພັນ​​ລະ​ຫວ່າງ 2 ປະ​ເທດໃນ​ປະ​ຈຸ​ບັນ, ທ່ານ Hatsuhisa Takashima ເລ​ຂາ​ການ​ຂ່າ​ວ​ຂອງ​ເຈົ້າ​ຈັກ​ກະ​ພັດຍີ​ປຸ່ນຖື​ວ່າ 2 ປະ​ເທດ​ພວມ​ດຳ​ເນີນຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ຍິ່ງ​ກ່​ວາ​ອີກ. ທ່ານ Hatsuhisa Takashima ເນັ້ນ​ໜັກ​ວ່າ  ​ເຈົ້າ​ຈັກ​ກະ​ພັດຍີ​ປຸ່ນແມ່ນ​ສັນ​ຍາ​ລັກ​ຂອງ​ປະ​ເທດ​ຍີ​ປຸ່ນ, ເພ​າະ​ສະ​ນັ້ນ, ເລື່ອງ​ເປັນ​ຄັ້ງ​ທຳ​ອິດ​ທີ່ ເຈົ້າ​ຈັກ​ກະ​ພັດ Akihito  ແລະ ພະ​ມະ​ເຫ​ສີ​ຍີ​ປຸ່ນມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຈະ​ແມ່ນ​ເຫດ​ການ​ທີ່​ສຳ​ຄັນ​ຍິ່ງ​ຄັ້ງ​ປະ​ຫວັດ​ສາດ.

 

ຂ່າວ/ບົດ​ອື່ນ