ການຢ້ຽມຢາມອາເມລິກາຢ່າງເປັນທາງການຂອງເລຂາທິການໃຫຍ່ພັກກອມມູນິດຫວຽດນາມແມ່ນການສ້າງການພົວພັນໃໝ່

ການຢ້ຽມຢາມອາເມລິກາຢ່າງເປັນທາງການຂອງເລຂາທິການໃຫຍ່ພັກກອມມູນິດຫວຽດນາມແມ່ນການສ້າງການພົວພັນໃໝ່ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ ໃຫ້ການຕ້ອນຮັບອະດີດ ປະທານາທິບໍດີ ອາເມລິກາ Bill Clinton ໃນວັນທີ 2/7/2015
(ພາບ: Trí Dũng – TTXVN)

(vovworld) – ​ເນື່ອງ​ໃນ​ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ເຖິງ ອາ​ເມ​ລິ​ກາ ​ແຕ່​ວັນ​ທີ 6 – 10/7, ທ່ານ ຮ່ວາງ​ບີ່​ງກວນ, ຫົວໜ​້າຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ມີ​ບົດ​ຂຽນ​ໃນ​ໜັງສືພິມ Washington Post (​ໄປສະນີ ວໍ​ຊິງ​ຕັນ) ຂອງ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 3/7. ​ໃນ​ບົດ​ຂຽນ​ຂອງ​ຕົນ, ທ່ານ​ຫົວໜ້າ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ຮ່ວາງ​ບີ່​ງກວນ​ ​ໄດ້​ຊີ້​ແຈ້ງ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຢ່າງ​​ເປັນ​ທາງ​ການ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຈະ​ແມ່ນ​ຂີດ​ໝາຍ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ​ໃນ​ຕະຫຼອດ 20 ປີ​ຜ່ານ​ມາ, ການ​ພົວພັນ​ລະຫວ່າງ 2 ປະ​ເທ​ດ​​ແມ່ນຈາກ​ຄຳ​ສັ່ງ​ຂວຳ້​ບາດ ​ເຖິງ​ການ​ພົວພັນ​ທາງ​ການ​ທູດ​ທີ່​ຄົບ​ຖ້ວນ​ກ່ວາ, ການ​ເຊັນ​ສັນຍາ​ການ​ຄ້າ 2 ຝ່າຍ ​ແລະ ສ້າງ​ຕັ້ງ​ການ​ພົວພັນ​ຄູ່ຮ່ວມ​ມື​ຮອບດ້ານ. ​ໃນ​ຂົງ​ເຂດ​ເສດຖະກິດ, ຈາກ​ສະພາບ​ຕົວ​ຈິງ​ແມ່ນ​ບໍ່​ມີ​ການ​ແລກປ່ຽນ​ຄ້າຂາຍ​ຮອດ​ກາງ​ປີ 1990, ການ​ຄ້າ​ໄດ້​ມີ​ການເຕີບ​​ໂຕ​ດ້ວຍ​ລະດັບ​ປະ​ທັບ​ໃຈ, ຈາກ 451 ລ້ານ USD ​ໃນ​ປີ 1995 ຂຶ້ນ​ລະດັບ​ປະມານ 35 ຕື້ USD ​ໃນ​ປີ 2014.
  ​ໃນ​ບົດ​ຂຽນ, ທ່ານ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ຮ່ວາງ​ບີ່​ງກວນ ກໍ່​ຢັ້ງຢືນ​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຈະ​ແມ່ນ​ຂີດ​ໝາຍ​ປະກອບສ່ວນ​ເປີດ​ບັນດາ​ການ​ປ່ຽນ​ແປງ​ຕັ້ງໜ້າ​ກ່ວາ. ​ເຖິງ​ວ່າ ມີ ​ຫຼື ບໍ່​ທັນ​ມີ​ຂໍ້​ຕົກ​ລົງ​ການ​ຄ້າ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກກໍ​ຕາມ ​ແຕ່ ຫວຽດນາມ ຍາມ​​ໃດ​ກໍ່​ຕ້ອນຮັບ​ບັນດາ​ນັກ​ລົງທຶນ​ຂອງ ອາ​ເມ​ລິ​ກາ ກ່ວາ​ອີກ ​ແລະ ປາດ​ຖະໜາ​ຢາກ​ໃຫ້ ອ​າ​ເມ​ລິ​ກາ ກາຍ​ເປັນ​ນັກ​ລົງ​ທຶນ​ອັນ​ດັບ​ໜຶ່ງ​ຢູ່ ຫວຽດນາມ. ຫວຽດນາມ ພວມ​ຕັ້ງໜ້າ​ໃນ​ການ​ໜູນ​ຊ່ວຍ​ກອງທັບ ອາ​ເມ​ລິ​ກາ ​ໃນ​ບັນດາ​ຄວາມ​ມານ​ະພະຍາຍາມ​ຊອກ​ຫາ​ທະຫານ ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ໃນ​ສົງຄາມ ​ແລະ ປະຈຸ​ບັນ, ທະຫານ​ຜ່ານ​​ເສີກ ອາ​ເມ​ລິ​ກາ ຫຼາຍ​ກຸ່ມ​​ນອນ​ໃນ​ຈຳນວນຜູ້​ສະໜັບສະໜູນການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຫຼາຍ​ທີ່​ສຸດ.


ຂ່າວ/ບົດ​ອື່ນ