ການ​ຢ້ຽມ​ຢາ​ມເປີດ​ສາກປີມິດ​ຕະ​ພາບ ລະຫວ່າງ ຫວຽດ​ນາມ-ກຳ​ປູ​ເຈ​ຍ

(VOVWORLD) - ສອງຝ່າຍຢືນຢັນໃຫ້ຄວາມສຳຄັນຂອງການປັບປຸງຄວາມສາມັກຄີ, ເຫັນດີເຫັນພ້ອມ, ອິດທິພົນຊື່ສຽງ ແລະ ບົດບາດໃຈກາງຂອງ ອາຊຽນ.
ການ​ຢ້ຽມ​ຢາ​ມເປີດ​ສາກປີມິດ​ຕະ​ພາບ ລະຫວ່າງ ຫວຽດ​ນາມ-ກຳ​ປູ​ເຈ​ຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກຳປູເຈຍ Prak Sokhonn

ໃນຂອບເຂດການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການແຕ່ ວັນທີ 19-20 ມັງກອນ 2022, ວັນທີ 20 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະເຈລະຈາກັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ Prak Sokhonn ໃນການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອແນໃສ່ຜັນຂະຫຍາຍບັນດາ ສັນຍາ ແລະ ຂໍ້ຕົກລົງ, ລະຫວ່າງ 2 ປະເທດ ຢ່າງມີປະສິດທິຜົນ, ສືບຕໍ່ຜັນຂະຫຍາຍບັນດາບົດບັນທຶກຂໍ້ຕົກລົງ ຂອງກອງປະຊຸມ ຄັ້ງທີ 19 ຂອງຄະນະກຳມະການປະສົມ ຫວຽດນາມ-ກຳປູເຈຍ, ເພີ່ມທະວີການຮ່ວມມືສອງຝ່າຍໃນທຸກຂົງເຂດ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ບຳລຸງສ້າງ… ລັດຖະມົນຕີທັງສອງທ່ານເຫັນດີເພີ່ມທະວີການປະສານສົມທົບ, ຕັ້ງໜ້າຜັນຂະຫຍາຍ ຂໍ້ຕົກລົງ ຂອງການນຳຂັ້ນສູງຂອງສອງປະເທດ ຕໍ່ກັບວຽກງານຂີດຂັ້ນປັກຫລັກໝາຍຊາຍແດນທາງບົກບົນ ລະຫວ່າງ ຂອງ ຫວຽດນາມ-ກຳປູເຈຍ. ສອງຝ່າຍຢືນຢັນໃຫ້ຄວາມສຳຄັນຂອງການປັບປຸງຄວາມສາມັກຄີ, ເຫັນດີເຫັນພ້ອມ, ອິດທິພົນຊື່ສຽງ ແລະ ບົດບາດໃຈກາງຂອງ ອາຊຽນ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີ ບຸຍແທັງເຊີນ ຢືນຢັນໃຫ້ຄວາມສຳຄັນຂອງ ການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ຢູ່ພາກພື້ນ, ຮັບປະກັນຄວາມເສລີ ແລະ ຄວາມປອດໄພໃນການເດີນເຮືອ,  ການບິນ; ແກ້ໄຂຂໍຂັດແຍ່ງໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982), ຊຸກຍູ້ການເຈລະຈາ ແລະ ສູ້ຊົນໃຫ້ ບັນລຸໄດ້ COC ຢ່າງມີປະສິດທິຜົນ, ແທດຈິງ ແລະ ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982.

ຕອບກັບ

ຂ່າວ/ບົດ​ອື່ນ