ການສົ່ງອອກຂອງຫວຽດນາມໄປຍັງເມັກຊີໂກບັນລຸລະດັບເຕີບໂຕສູງສຸດໃນຮອບ10ປີຜ່ານມາ

ການສົ່ງອອກຂອງຫວຽດນາມໄປຍັງເມັກຊີໂກບັນລຸລະດັບເຕີບໂຕສູງສຸດໃນຮອບ10ປີຜ່ານມາ - ảnh 1
(ພາບ​ປະ​ກອບ)

(vovworld) - ປີ 2015, ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໄປ​ຍັງ​ເມັກ​ຊີ​ໂກ, ​ເຊິ່ງ​ແມ່ນ​ພື້ນຖານ​ເສດ​ຖະ​ກິດ​ອັນ​ດັບ 2 ຂອງ​ອາ​ເມ​ລິ​ກາ​ລາຕີ​ນ ບັນລຸ1,54 ຕື້ USD (ລາຄາ FOB), ​ເພີ່ມ​ຂຶ້ນ 49,16% ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2014 ​ແລະ ​ແມ່ນ​ລະດັບ​ເພີ່ມ​ຂຶ້ນ​ສູງ​ສຸດ​ໃນ​ຮອບ​ເວລາ 10 ປີຜ່າ​ນມ​າ, ຕົ້ນ​ຕໍ​ແມ່ນ​ຍ້ອນ​​ທີ​ການເພີ່ມ​​ປະ​ລິ​ມານສິນຄ້າ​ສົ່ງ​ອອກ. ປະຈຸ​ບັນ​ຫວຽດນາມ ​ໄດ້​ສົ່ງ​ອອກ​ໄປ​ຍັງ​ເມັກ​ຊີ​ໂກ 14 ໝວດ​ສິນຄ້າ​ຕົ້ນ​ຕໍຄື: ​ໂທລະສັບ​ມື​ຖື ​ແລະ ​ເຄື່ອງ​ອາ​ໄ​ຫຼ່; ​ເກີບ​ໜັງ; ​ເຄື່ອງ​ຄອມ​ພິວ​ເຕີ; ສິນ​ໃນ​ນຳ້, ​ເຄື່ອນ​ເຟ​ີ​ນີ​ເຈີ, ຢາງພາລາ…

        ​ໃນ​​ຂະ​ນະ​ນັ້ນ​ວົງ​ເງິນ​ນຳ​ເຂົ້າຂອງ​ຫວຽດນາມ ຈາກ​ເ​ມັກ​ຊີ​ໂກ ​ໄດ້​ຂຶ້ນ​ເຖິງກ​ວ່າ 477,5 ລ້ານ USD (ລາຄາ CIF). ​ຍອດວົງ​ເງິນ​​ແລກປ່ຽນ​ການ​ຄ້າ 2 ສົ້ນ​ບັນລຸ​ໄດ້ 2,23 ຕື້ USD, ​ເພີ​່ມຂຶ້ນ 55,70% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2014.

ຂ່າວ/ບົດ​ອື່ນ