ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳບັນລຸກ່ວາ 43 ຕື້ໂດລາສະຫະລັດ

(VOVWORLD) - ໃນເດືອນ ຕຸລາ, ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຄາດວ່າບັນລຸກ່ວາ 4,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນກ່ວາ 7,4% ເມື່ອທຽບໃສ່ເດືອນ ກັນຍາ ແລະ ເພີ່ມຂຶ້ນເກືອບ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳບັນລຸກ່ວາ 43 ຕື້ໂດລາສະຫະລັດ - ảnh 1ພາບປະກອບ

ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ໃນ 10 ເດືອນຂອງປີ 2023 ນີ້, ຍອດວົງເງິນການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳບັນລຸເກືອບ 43,1 ຕື້ໂດຍລາສະຫະລັດ. ມູນຄ່າການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳບັນລຸ 9,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 26% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນເດືອນ ຕຸລາ, ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຄາດວ່າບັນລຸກ່ວາ 4,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນກ່ວາ 7,4% ເມື່ອທຽບໃສ່ເດືອນ ກັນຍາ ແລະ ເພີ່ມຂຶ້ນເກືອບ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

        ສຳລັບການຕະຫຼາດແລ້ວ, 10 ເດືອນຜ່ານມາ, ມູນຄ່າການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳໄປຍັງບັນດາຕະຫຼາດໃນພາກພື້ນ ອາຊີ ເພີ່ມຂຶ້ນ 5,7%, ອາບຟຣີກາ ເພີ່ມຂຶ້ນ 21,6%. ຈີນ, ອາເມລິກາ ແລະ ຍີ່ປຸ່ນ ສືບຕໍ່ແມ່ນ 3 ຕະຫຼາດສົ່ງອອກໃຫຍ່ສຸດຂອງຂະແໜງກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຫວຽດນາມ.

        ເພື່ອຍູ້ແຮງການພັດທະນາຕະຫຼາດບໍລິໂພກພາຍໃນປະເທດ ແລະ ສົ່ງອອກ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດສືບຕໍ່ແກ້ໄຂບັນດາບັນຫາຂອງຕະຫຼາດເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳ, ພິເສດແມ່ນຕະຫຼາດ ຈີນ, ອາເມລິກາ, ສະຫະພາບ ເອີລົບ (EU), ສະຫະພັນເສດຖະກິດ ອາຊີ - ເອີລົບ…       

ຕອບກັບ

ຂ່າວ/ບົດ​ອື່ນ