ການ​ສົ່ງ​ອອກ​ຜະ​ລິດ​ຕ​ະ​ພັນ​ກ​ະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ ແລະ ສິນ​ໃນ​ນໍ້​າ​ຂອງ ຫວຽດ​ນາມ ໄປ​ຍັງ ອາ​ຊຽນ ເພີ່ມ​ຂຶ້ນ​​ແຮງ​ໃນ 7 ເດືອນ​ຜ່ານ​ມາ

(VOVWORLD) - ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, 7 ເດືອນຕົ້ນປີ 2023 ນີ້, ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ໄປຍັງຕະຫຼາດບັນດາປະເທດ ອາຊຽນ ໄດ້ເພີ່ມຂຶ້ນປະມານ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ບັນລຸ 2,9 ລ້ານ USD. 

ຕາມນັ້ນແລ້ວ, ເຂົ້າສານ ແລະ ກາເຟ ແມ່ນ 2 ປະເພດສິນຄ້າທີ່ມີການເຕີບໂຕຫຼາຍທີ່ສຸດໃນບັນດາຕະຫຼາດ ອິນໂດເນເຊຍ, ຟີລິບປິນ ແລະ ສິງກະໂປ. ຍ້ອນມີແຫຼ່ງສະໜອງທີ່ຫຼາກຫຼາຍ ແລະ ຮັບປະກັນຄຸນນະພາບ, ສອງປະເພດສິນຄ້າເຫຼົ່ານັ້ນ ຍັງຄົງແມ່ນສິນຄ້າທີ່ໄດ້ຮັບຄວາມນິຍົມບໍລິໂພກຈາກບັນດາປະເທດ ອາຊຽນ. ຄາດວ່າ, ໃນຊຸມເດືອນທ້າຍປີ 2023, ສິນຄ້າປະເພດ ອື່ນໆ ຈະສືບຕໍ່ມີໂອກາດເພີ່ມວົງເງິນສົ່ງອອກໄປຍັງບັນດາຕະຫຼາດດັ່ງກ່າວ.

    ເພື່ອເພີ່ມທະວີການສົ່ງອອກ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸ່ງດຶກຕຽນ, ໄດ້ເນັ້ນໜັກວ່າ ຕ້ອງເປີດກວ້າງຕະຫຼາດ:

    “ໃນໂຄງປະກອບຕະຫຼາດທີ່ມີການປ່ຽນແປງຫຼາຍຢ່າງ. ບັນດາຜະລິດຕະພັນທີ່ມີລະດັບການເຕີບໂຕໄວ, ຄວາມຕ້ອງການຂອງຕະຫຼາດສາກົນໃຫຍ່ພິເສດນັ້ນ ແມ່ນຕ້ອງສຸມໃສ່ຍູ້ແຮງ, ສ່ວນບັນດາຕະຫຼາດຄືເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ແມ່ນຈະຕ້ອງເປີດກວ້າງຕະຫຼາດ. ໃນໄລຍະຈະມາເຖິງ, ທາງກະຊວງຈະມອບໝາຍໃຫ້ການນຳຫົວໜ່ວຍຕ່າງໆ ສຸມໃສ່ເປີດກວ້າງຕະຫຼາດຕ່າງໆຄື: ຈີນ, ເອີຣົບ, ຍີ່ປຸ່ນ, ອາເມລິກາ, ຊຸກຍູ້ບັນດາຕະຫຼາດເດີມ, ມີກຳລັງບົ່ມຊ້ອນ ດ້ວຍບັນດາຜະລິດຕະພັນ ເຊິ່ງ ຫວຽດນາມ ພວມມີທ່າແຮງ.”


ຕອບກັບ

ຂ່າວ/ບົດ​ອື່ນ