ການ​ສົ່ງ​ອອກຜະ​ລິດ​ຕະ​ພັນ​ຕ່ຳແຜ່ນ​ຕັດຫ​ຍິບ ແລະ ພືດຜັກ, ໝາກ​ໄມ້​ເພີ່ມ​ຂຶ້​ນ​ສູງ

(VOVWORLD) - ສະມາຄົມຕ່ຳແຜ່ນຕັດຫຍິບຫວຽດນາມ(Vitas) ໃຫ້ຮູ້ວ່າ ຍອດວົງເງິນສົ່ງອອກຜະລິດຕະພັນຕ່ຳແຜ່ນຕັດຫຍິບໃນ 5 ເດືອນທີ່ຜ່ານມາບັນລຸໄດ້ 14,5 ຕື້ USD, ເພີ່ມຂຶ້ນ 9% ເມື່ອທຽບໃສ່ ປີ2018 ແລະ ບັນລຸໄດ້ 36,3% ແຜນການ ປີ 2019.
ການ​ສົ່ງ​ອອກຜະ​ລິດ​ຕະ​ພັນ​ຕ່ຳແຜ່ນ​ຕັດຫ​ຍິບ ແລະ ພືດຜັກ, ໝາກ​ໄມ້​ເພີ່ມ​ຂຶ້​ນ​ສູງ - ảnh 1ໝາກໄມ້ຫວຽດນາມຫຼາຍຊະນິດພວມຊອກຫາວິທີສົ່ງໄປຍັງຕະຫຼາດ ອາເມລິກາ, ເອີລົບ (ພາບ: Chinhphu.vn) 

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ປັດຈຸບັນ ຫວຽດນາມ ມີສິນຄ້າຕົ້ນຕໍທີ່ໄດ້ຮັບການສົ່ງອອກກ່ວາ 10 ປະເພດ, ລວມມີ: ເຂົ້າ, ກາເຟ, ຢາງພາລາ, ໝາກມ່ວງຫິມະພານ, ພິກໄທ, ຊາ, ຜັກໝາກໄມ້, ປາປຶ່ງ ,ກຸ້ງ ແລະ ຜະລິດຕະພັນຈາກໄມ້ທີ່ມີໜ້າຢູ່ 160 ປະເທດ ແລະ ເຂດແຄ້ວນໃນໂລກ.

ໃນຂະນະນັ້ນ, ຕາມກົມປຸງແຕ່ງ ແລະ ພັດທະນາຕະຫຼາດກະສິກຳ (ຂຶ້ນກັບກະຊວງກະສິກຳ ແລະ ພັດທະນາ ຊົນນະບົດ)ແລ້ວ, ມູນຄ່າສົ່ງອອກ ພືດຜັກ, ໝາກໄມ້ໃນເດືອນ ພຶດສະພາ ປີ 2019 ບັນລຸໄດ້ປະມານ 424 ລ້ານ USD, ເພີ່ມ 10,3% ເມື່ອທຽບໃສ່ປີ 2018. ຈີນຢືນຢູ່ອັນດັບທີ ໜຶ່ງ ກ່ຽວກັບຕະຫຼາດນຳເຂົ້າພືດຜັກ, ໝາກໄມ້ຂອງ ຫວຽດນາມ ໃນ 4ເດືອນຕົ້ນປີ 2019, ຖັດມາແມ່ນ ອາເມລິກາ, ສ.ເກົາຫຼີ, ຍີ່ປຸ່ນ…

        ສະມາຄົມຕ່ຳແຜ່ນຕັດຫຍິບຫວຽດນາມ(Vitas) ໃຫ້ຮູ້ວ່າ ຍອດວົງເງິນສົ່ງອອກຜະລິດຕະພັນຕ່ຳແຜ່ນຕັດຫຍິບໃນ 5 ເດືອນທີ່ຜ່ານມາບັນລຸໄດ້ 14,5 ຕື້ USD, ເພີ່ມຂຶ້ນ 9% ເມື່ອທຽບໃສ່ ປີ2018 ແລະ ບັນລຸໄດ້ 36,3% ແຜນການ ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ