ການ​ສົ່ງ​ອອກ​ເຂົ້າ​ສານ ຫວຽດ​ນາມ ແກ່​ຍາວ​ທ່າ​ເຕີບ​ໂຕ

(VOVWORLD) - ຕະຫຼາດສົ່ງອອກເຂົ້າສານ ຫວຽດນາມ ໃນໄຕມາດທີ 1 ມີການເຕີບໂຕຢູ່ບັນດາຕະຫຼາດມາແຕ່ດົນນານຄື: ຟີລິບປິນ, ຈີນ ແລະ ບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ
ການ​ສົ່ງ​ອອກ​ເຂົ້າ​ສານ ຫວຽດ​ນາມ ແກ່​ຍາວ​ທ່າ​ເຕີບ​ໂຕ - ảnh 1ພາບປະກອບ: TTXVN

ໃນໄຕມາດທີ 1 ປີ 2023, ວົງເງິນການສົ່ງອອກເຂົ້າສານ ຫວຽດນາມ ບັນລຸກ່ວາ 1,85 ລ້ານ ໂຕນ, ມີລາຍຮັບກ່ວາ 980 ລ້ານ USD, ເພີ່ມຂຶ້ນກ່ວາ 23% ກ່ຽວກັບປະລິມານ ແລະ ເພີ່ມຂຶ້ນ 34% ກ່ຽວກັບມູນຄ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ນີ້ແມ່ນຕົວເລກໂດຍຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າແຈ້ງໃຫ້ຊາບຢູ່ກອງປະຊຸມບໍລິຫານການເຄື່ອນໄຫວສົ່ງອອກເຂົ້າສານ ທີ່ໄດ້ດຳເນີນໃນວັນທີ 26 ເມສາ ຢູ່ນະຄອນ ໂຮ່ຈີມິນ.

        ຕະຫຼາດສົ່ງອອກເຂົ້າສານ ຫວຽດນາມ ໃນໄຕມາດທີ 1 ມີການເຕີບໂຕຢູ່ບັນດາຕະຫຼາດມາແຕ່ດົນນານຄື: ຟີລິບປິນ, ຈີນ ແລະ ບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຄື ຈີເລ, ສິງກະໂປ. ພິເສດເຂົ້າສານ ຫວຽດນາມ ກໍ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ເຂັ້ມງວດຂອງຕະຫຼາດເອີລົບ ແລະ ມີການເຕີບໂຕຢູ່ລະດັບ 11%ເມື່ອທຽບໃສ່ກັບປີກາຍນີ້. ຕາມການນຳກົມປູກຝັງແລ້ວ, ປັດຈຸບັນ ລາຄາເຂົ້າສານສົ່ງອອກມີການໜັງຕີງປະມານ 577 USD/ໂຕນ, ເພີ່ມຂຶ້ນເກືອບ 6%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2022 ແລະ ສູງທີ່ສຸດໃນ 2 ປີມານີ້. ບາງຊ່ວງເວລາ, ລາຄາເຂົ້າສານສົ່ງອອກຂອງ ຫວຽດນາມ ຢືນຢູ່ອັນດັບທີ 1 ຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ